ຕະ​ຫຼາດທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​​ຟົດ​ຟື້ນ​ຫຼາຍ​

CRI, September 7, 2025
Size:

ຄຽງຄູ່ກັບປະເທດທີ່ໄດ້ຮັບການຍົກເວັ້ນວີຊາເຂົ້າເມືອງຈີນເພີ່ມຫຼາຍຂຶ້ນ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ນັກທ່ອງທ່ຽວຫວຽດນາມທີ່ເດີນທາງຈາກເມືອງເຮີໂຂວແຂວງຢຸນນານ ເຂົ້າປະເທດຈີນແລະຂີ່ລົດໄຟຄວາມໄວສູງໄປທ່ຽວແຫ່ງຕ່າງໆຂອງຈີນນັບມື້ນັບເພີ່ມຫຼາຍຂຶ້ນ, ນັບແຕ່ເຂົ້າສູ່ລະດູຮ້ອນເປັນຕົ້ນມາ, ສະຖານີເຮີໂຂວເໜືອໄດ້ໃຫ້ບໍລິການແກ່ນັກທ່ອງທ່ຽວຫວຽດນາມລວມທັງໝົດມີເຖິງ 5.122 ເທື່ອຄົນ, ຂົນສົ່ງຜູ້ໂດຍສານຫວຽດນາມສະເລ່ຍຕໍ່ມື້ມີເຖິງ 104 ເທື່ອຄົນ. 

ແຂວງຢຸນນານມີຊາຍແດນຕິດກັບຫວຽດນາມ, ຄຽງຄູ່ກັບນະໂຍບາຍຜ່ານດ່ານລະຫວ່າງສອງປະເທດຈີນແລະຫວຽດນາມໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ນັກທ່ອງທ່ຽວຫວຽດນາມຈຳນວນຫຼວງຫຼາຍໄດ້ຜ່ານດ່ານລາວໄກຂອງຫວຽດນາມແລະດ່ານເຮີໂຂວຂອງຈີນເຂົ້າສູ່ແຂວງຢຸນນານຂອງຈີນ, ຂີ່ລົດໄຟຄວາມໄວສູງມິງ-ເຮີໂຂວ ແລະ ມີເລີ້-ເໝິງຈື້, ໄປທ່ຽວນະຄອນຄຸນມິງ,ເມືອງຕ້າຫຼີ, ນະຄອນລີ້ຈ່ຽງ, ນະຄອນຊຽງເກີລີລາແລະອື່ນໆຂອງຈີນ. ນັບມາຮອດວັນທີ 28 ສິງຫານີ້, ສະຖານີເຮີໂຂວເໜືອຂອງທາງລົດໄຟແຂວງຢຸນນານໄດ້ຂົນສົ່ງຜູ້ໂດຍສານຫວຽດນາມທັງໝົດ 35.000 ເທື່ອຄົນ, ເພີ່ມຂຶ້ນ 75% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.