ໂດຍຕອບສະໜອງຕາມຄຳເຊີນຂອງສູນກາງພັກຄອມມູນິດຫວຽດນາມ ແລະ ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ,ທ່ານຈ້າວເລີ້ຈີ້ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ນຳພາຄະນະຜູ້ແທນພັກ ແລະ ລັດຈີນເດີນທາງໄປຢ້ຽມຢາມຫວຽດນາມໃນລະຫວ່າງວັນທີ 31 ສິງຫາ ຫາວັນທີ 2 ກັນຍານີ້.ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານໄດ້ພົບປະກັບທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທ່ານເລືອງເກື່ອງ ປະທານປະເທດຫວຽດນາມ ແລະ ທ່ານອື່ນໆ ພ້ອມທັງໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາແລະ ວັນຊາດຫວຽດນາມຄົບຮອບ 80 ປີ. ກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນໄດ້ເຂົ້າຮ່ວມການເດີນສວນສະໜາມຕາມຄຳເຊີນ.