ເວລາ9 ໂມງຂອງ ວັນທີ 3 ກັນຍານີ້, ພິທີລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນແລະສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ80ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ສະໜາມຫຼວງທຽນອ່ານເມີນ ນະຄອນຫຼວງປັກກິ່ງຈີນ,ໃນພິທີດັ່ງກ່າວ ໄດ້ຈັດພິທີສວນສະໜາມຢ່າງໃຫຍ່ໂຕມະໂຫລານ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສສຳຄັນພ້ອມທັງກວດແຖວທະຫານ.
ພິທີລະນຶກດັ່ງກ່າວພາຍໃຕ້ຫົວຂໍ້: “ຈົດຈຳປະຫວັດສາດ, ຈາລຶກຄຸນງາມຄວາມດີຂອງວິລະຊົນຜູ້ເສຍສະຫຼະຊີວິດ, ຖະໜອມຮັກສັນຕິພາບ ແລະ ສ້າງອະນາຄົດ”
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ປະມຸກລັດແລະຫົວໜ້າລັດຖະບານຕ່າງປະເທດ 26 ທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ, ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານຈີນ, ປະທານລັດຖະສະພາ, ຮອງນາຍົກລັດຖະມົນຕີ, ຜູ້ຕາງໜ້າລະດັບສູງ, ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ, ອະດີດບຸກຄົນສຳຄັນທາງການເມືອງຂອງປະເທດຈຳນວນໜຶ່ງໄດ້ເຂົ້າຮ່ວມກິດຈະກຳລະນຶກຄັ້ງນີ້. ນອກນີ້, ທູຕານຸທູດ, ທູດທະຫານຂອງຕ່າງປະເທດປະຈຳຈີນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳຈີນ, ເພື່ອນມິດສາກົນ ຫຼືຜູ້ຕາງໜ້າຄອບຄົວຂອງເຂົາເຈົ້າ 50 ທ່ານຈາກ 14 ປະເທດເຊັ່ນ ຣັດເຊຍ, ອາເມຣິກາ, ອັງກິດ, ຝຣັ່ງ, ການາດາ ເປັນຕົ້ນ ໄດ້ເຂົ້າຮ່ວມພິທີຕາມການເຊີນ.
ກ່ອນໜ້ານີ້ 80 ປີ, ປະຊາຊາດຈີນໄດ້ຜ່ານການຕໍ່ສູ້ຢ່າງນອງເລືອດທີ່ຫຍຸ້ງຍາກລຳບາກແລະຍືດເຍື້ອຍາວນານເປັນເວລາເຖິງ 14 ປີ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະປະກາດໄຊຊະນະຢ່າງສົມບູນຂອງສົງຄາມຕໍ່ຕ້ານຟາດຊິດໂລກ. ສົງຄາມຕໍ່ຕ້ານຟາດຊິດຂອງຈີນແມ່ນເລີ່ມຂຶ້ນກ່ອນໝູ່, ດຳເນີນເປັນເວລາດົນນານທີ່ສຸດ, ໂດຍໄດ້ຄ້ຳຊູສະໝໍລະພູມຮົບຫຼັກຢູ່ຕາເວັນອອກຂອງສົງຄາມຕໍ່ຕ້ານຟາດຊິດໂລກດ້ວຍການເສຍສະຫຼະຊີວິດຢ່າງຫຼວງຫຼາຍຂອງຊາດຕົນ, ເຊິ່ງໄດ້ປະກອບສ່ວນສຳຄັນທາງປະຫວັດສາດເຂົ້າໃນໄຊຊະນະສົງຄາມຕໍ່ຕ້ານຟາດຊິດໂລກ.