ຕອນເຊົ້າວັນທີ 3 ກັນຍານີ້, ກອງປະຊຸມລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນແລະສົງຄາມຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີໄດ້ຈັດຂຶ້ນຢູ່ສະໜາມຫຼວງທຽນອ່ານເມີນທີ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ. ກ່ອນໄຂກອງປະຊຸມດັ່ງກ່າວ, ທ່ານສີຈິ້ນຜິງ ພ້ອມພັນລະຍາ ທ່ານນາງເຜີງລີຢວນໄດ້ໄປຮອດສະໜາມປະຕູຕວນເມີນ ເພື່ອຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດພ້ອມພັນລະຍາທີ່ມາຮ່ວມກອງປະຊຸມ ເພື່ອພ້ອມກັນລະນຶກວັນພິເສດອັນຍິ່ງໃຫຍ່ວັນນີ້.