ຕອນຄໍ່າວັນທີ 2 ກັນຍານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດລາວ ໄດ້ເດີນທາງມາຮອດນະຄອນຫຼວງປັກກິ່ງຂອງຈີນ ເພື່ອຈະເຂົ້າຮ່ວມພິທີລະນຶກໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ, ເຊິ່ງພິທີດັ່ງກ່າວຈະຈັດຂຶ້ນໃນຕອນເຊົ້າວັນທີ 3 ກັນຍານີ້.