ທ່ານທອງລຸນ ສີສຸລິດເດີນທາງຮອດທຽນສິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025

CRI, September 2, 2025
Size:

ວັນທີ 31 ສິງຫານີ້, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ເດີນທາງຮອດນະຄອນທຽນສິນ ເພື່ອເຂົ້າຮ່ວມກອງປະຊຸດສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025.

ຫຼັງຈາກກອງປະຊຸມສຸດຍອດສິ້ນສຸດລົງ, ທ່ານລອງລຸນ ສີສຸລິດຍັງຈະເດີນທາງໄປນະຄອນຫຼວງປັກກິ່ງ ເພື່ອເຂົ້າຮ່ວມພິທີລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ.