ວັນທີ 20 ສິງຫາ 2025, ງານສັບປະດາຮູບຖ່າຍ-ວິດີໂອສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຫຼື LM ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ດື່ມນໍ້າແມ່ນໍ້າສາຍດຽວກັນ ແສງ ສ່ອງສະຫວ່າງເຈີດຈ້າຢູ່ປະເທດ LM” ໄດ້ໄຂຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງເຜົ່າຈ້າງຢູ້ຊູ້ ແຂວງຊິ່ງໄຫ.
ການຮ່ວມມື LM ໄດ້ກ້າວສູ່ປີທີ 10 ແລະ ຍາດໄດ້ຜົນສໍາເລັດອັນອຸດົມສົມບູນ ໂດຍໄດ້ກາຍເປັນ “ເວທີຄຳ” ແຫ່ງການຮ່ວມມືໃນພາກພື້ນ. ໃນເດືອນທັນວາ ປີ 2023, ງານສັບປະດາຮູບຖ່າຍ-ວິດີໂອສາກົນ LM ໄດ້ຮັບການຈົດເຂົ້າໃນ “ຖະແຫຼງການເນບີດໍ ຂອງກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ Ⅳ”.
ອີງຕາມຂໍ້ມູນໃຫ້ຮູ້ວ່າ: ກິດຈະກຳຄັ້ງນີ້ດຳເນີນໄປເປັນເວລາ 5 ມື້ ໂດຍມີນັກການທູດ ສື່ມວນຊົນ ມືກ້ອງ ນັກຮຽນ-ນັກສຶກສາ ແລະ ຜູ້ທີ່ເຮັດວຽກສື່ອິດສະຫຼະ ຈຳນວນ 100 ກວ່າຄົນຈາກ 6 ປະເທດ LM ໄດ້ເຂົ້າຮ່ວມກິດຈະກຳຕ່າງໆ ເຊັ່ນ: ການຖ່າຍຮູບ ແລະ ວິດີໂອຢູ່ພາກສະໜາມ, ການແລກປ່ຽນສົນທະນາກັນລະຫວ່າງ “ຄົນຮຸ່ນ Z” ແລະ ງານດົນຕີກາງແຈ້ງໃນຕອນກາງຄືນເປັນຕົ້ນ.