ວັນທີ 28 ສິງຫານີ້, ກະຊວງປ້ອງກັນປະເທດຫວຽດນາມໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານພັນເອກພິເສດຈ່າງສຽວກ່າງໄດ້ແຈ້ງຂ່າວ.
ທ່ານພັນເອກພິເສດຈ່າງສຽວກ່າງແຈ້ງໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ. ໃນລະຫວ່າງທ້າຍເດືອນສິງຫານີ້ ຫາຕົ້ນເດືອນກັນຍາໜ້ານີ້, ກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນຈະແຕ່ງຕັ້ງກອງກຽດຕິຍົດພິເສດ ເດີນທາງໄປຫວຽດນາມເພື່ອເຂົ້າຮ່ວມກິດຈະກຳລະນຶກການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມຄົບຮອບ 80 ປີ ໂດຍມີຈຸດປະສົງເພື່ອເປີດກວ້າງການແລກປ່ຽນດ້ານການທະຫານ ແລະ ວັດທະນະທຳລະຫວ່າງຈີນກັບຫວຽດນາມ ແລະ ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ກໍຄືສອງກອງທັບ.