ວັນທີ 30 ສິງຫານີ້,ຢູ່ນະຄອນທຽນສິນ ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ມິນອອງລາຍ ຮັກສາການແທນປະທານາທິບໍດີມຽນມາທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025 ກໍຄື ພິທີລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນແລະສົງຄາມຕໍ່ຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ສອງຝ່າຍຄວນຖືການສ້າງຕັ້ງສາຍພົວພັນຮ່ວມກັນລະຫວ່າງຈີນ-ມຽນມາຄົບຮອບ 75 ປີເປັນໂອກາດ,ລົງເລິກການຮ່ວມມືທາງດ້ານຍຸດທະສາດ,ເລັ່ງລັດຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳ ເພື່ອນຳເອົາຄວາມສຸກມາໃຫ້ແກ່ປະຊາຊົນຂອງສອງປະເທດໃຫ້ຫຼາຍກວ່າເກົ່າ.
ທ່ານ ມິນອອງລາຍ ກ່າວວ່າ: ມຽນມາຈະຍຶດໝັ້ນປະຕິບັດຕາມນະໂຍບາຍປະເທດຈີນດຽວຢ່າງໝັ້ນໜຽວບໍ່ປ່ຽນແປງ,ຍິນດີຮ່ວມກັບຈີນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງ,ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆເຊັ່ນ:ການຄ້າ,ການລົງທຶນ,ພະລັງງານ,ພື້ນຖານໂຄງລ່າງແລະຂົງເຂດອື່ນໆ ເພື່ອນຳເອົາຄວາມສຸກມາໃຫ້ແກ່ປະຊາຊົນຂອງສອງປະເທດໃຫ້ຫຼາຍກວ່າເກົ່າ. ໃນຖານະເປັນຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້,ຝ່າຍມຽນມາຍິນດີປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງອົງການຮ່ວມມືຊຽງໄຮ້.