ວັນທີ 30 ສິງຫານີ້, ຢູ່ນະຄອນທຽນສິນ, ທ່ານສີຈ້ິນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍທີ່ມາຈີນເພື່ອເຂົ້າຮ່ວມກອງປະຊຸດສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025.
ທ່ານສີຈິ້ນຜິງເນັ້ນໜັກວ່າ: ຈີນສະໜັນສະໜູນກຳປູເຈຍຮັກສາຄວາມໝັ້ງຄົງຂອງຊາດ, ຍຶດໝັ້ນຄວາມເປັນເອກະລາດເປັນເຈົ້າຕົນເອງ ແລະ ບັນລຸການພັດທະນາໃຫ້ຈະເລີນຮຸ່ງເຮືອງ. ຍິນດີຂະຫຍາຍການໄປມາສູ່ດ້ານການຄ້າ ເພື່ອເພີ່ມທະວີຄວາມສາມາດການພັດທະນາໂດຍຕົນເອງຂອງກຳປູເຈຍ.
ທ່ານຮຸນມາເນັດກ່າວວ່າ: ບໍ່ວ່າສະພາບສາກົນຈະປ່ຽນແປງຄືແນວໃດ, ກຳປູເຈຍກໍ່ຈະເດັດດ່ຽວປະຕິບັດນະໂຍບາຍທີ່ມີມິດຕະພາບຕໍ່ປະເທດຈີນ, ປະຕິບັດຫຼັກການປະເທດຈີນດຽວຢ່າງເດັດດ່ຽວ, ສະໜັບສະໜູນຂໍ້ລິເລິ່ມທົ່ວໂລກ 3 ຂໍ້ທີ່ຈີນສະເໜີອອກຢ່າງໝັ້ນໜຽວ. ກຳປູເຈຍຄອງຄອຍຮ່ວມກັບຈີນ, ສະໜັບສະໜູນເຊິ່ງກັນແລະກັນໃນດ້ານຜົນປະໂຫຍດໃຈກາງຂອງສອງຝ່າຍ ແລະ ບັບຫາສຳຄັນທີ່ໃຫ້ຄວາມສົນໃຈນຳກັນເພື່ອຊຸກຍູ້ຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ ໃນທຸກສະພາບການໃຫ້ມີິການພັດທະນາຫຼາຍກວ່າເກົ່າ.