ກອງປະຊຸມໂຕະມົນທີ່ກົວລາລຳເປີຂອງເວທີປຶກສາຫາລືອາຊີໂປອາວເນັ້ນຫນັກຈະລົງເລິກການຮ່ວມມືພາກພື້ນອາຊີ-ປາຊິຟິກ

CRI, September 1, 2025
Size:

ກອງປະຊຸມຄົບຄະນະຂອງກອງປະຊຸມໂຕະມົນກ່ຽວກັບການຮ່ວມມືພາກພື້ນອາຊີ-ປາຊິຟິກທີ່ກົວ ລາລຳເປີຂອງເວທີປຶກສາຫາລືອາຊີໂປອາວໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີຂອງມາເລ ເຊຍໃນວັນທີ 27 ສິງຫານີ້, ມີຜູ້ແທນ 200 ກວ່າທ່ານທີ່ມາຈາກຝ່າຍຕ່າງໆເຂົ້າຮ່ວມໂດຍໄດ້ ປຶກສາຫາລືກັນກ່ຽວກັບການລົງເລິກການຮ່ວມມືພາກພື້ນ, ການຊຸກຍູ້ຂະບວນການເຊື່ອມໂຍງເຊື່ອມຈອດກັນ.

ທ່ານອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍໄດ້ຊີ້ໃຫ້ເຫັນໃນໂອກາດປະກອບ ຄຳເຫັນວ່າ:ອາຊຽນໄດ້ສ້າງຕົວແບບໃນດ້ານລັດທິພາກພື້ນທີ່ເປີດກວ້າງແລະກວມລວມ, ໃນຖານະເປັນປະເທດປະທານຫມູນວຽນຂອງອາຊຽນປະຈຳປີນີ້, ມາເລເຊຍສຸມໃສລົງເລິກການຮ່ວມມື ພາກພື້ນດ້ວຍການກະທຳຕົວຈິງ, ທັງປົກປັກຮັກສາຖານະໃຈກາງຂອງອາຊຽນ.

ທ່ານເຮີໂຮ້ວຮວາ ຮອງປະທານສະພາປຶກສາການເມືອງປະຊາຊົນຈີນໄດ້ຊີ້ໃຫ້ເຫັນໃນເວລາ ປະກອບຄຳເຫັນວ່າ: ອາຊີແລະອາຊີ-ປາຊິຟິກຄວນຍຶດຫມັ້ນເດີນຕາມເສັ້ນທາງເປີດກວ້າງແລະ ພັດທະນາ, ຊຸກຍູ້ໃຫ້ການຮ່ວມມືພາກພື້ນກ້າວໄປສູ່ລະດັບທີ່ສູງກວ່າເກົ່າ; ຕ້ອງກຳແຫນ້ນຄວາມ ເປັນເຈົ້າການໃນການຫັນປ່ຽນຮູບແບບເສດຖະກິດໂລກ, ສ້າງການພົວພັນຄູ່ຮ່ວມທີ່ແຫນ້ນແຟ້ນ ກວ່າເກົ່າ; ຖືເອົາແນວຄວາມຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນທິດຊີ້ນຳແລະຮ່ວມກັນສ້າງບ້ານເມືອງທີ່ສວຍງາມ.