ຕອນເຊົ້າວັນທີ 26 ສິງຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍພັນລະຍາ ຄື: ທ່ານນາງເຜີງລີ້ຢວນ ໄດ້ພົບປະກັບສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ ພ້ອມດ້ວຍພະລາຊີນີໂນໂຣດົມ ໂມນີນຽດ ຢູ່ທຳນຽບຈົ່ງນານໄຫນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງກ່າວວ່າ, ສາຍພົວພັນລະຫວ່າງຈີນ-ກຳປູເຈຍໄດ້ຜ່ານການທົດສອບຈາກການປ່ຽນແປງຢ່າງສັບສົນຂອງສະພາບການສາກົນ, ໄດ້ສ້າງມິດຕະພາບອັນແຂງແກ່ນທີ່ຮ່ວມທຸກຮ່ວມສຸກ, ກາຍເປັນຊັບສົມບັດທີ່ລ້ຳຄ່າຂອງປະຊາຊົນສອງຊາດ, ແລະ ສົມຄວນໄດ້ຮັບການທະນຸຖະໜອມຈາກສອງຝ່າຍເປັນພິເສດ. ເມື່ອຜະເຊີນໜ້າກັບສະພາບການສາກົນທີ່ມີຄວາມສັບສົນວຸ້ນວາຍ, ສອງປະເທດຈີນ-ກຳປູເຈຍຕ້ອງຢືນຄຽງບ່າຄຽງໄຫຼ່ຢູ່ຮ່ວມກັນຢ່າງເດັດດ່ຽວກວ່າເກົ່າ, ສືບທອດມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີຄວາມສາມັກຄີ ແລະ ການປະສານງານ, ເລັ່ງລັດສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍທີ່ມີອະນາຄົດຮ່ວມກັນໃນຍຸກໃໝ່, ສ້າງຜົນປະໂຫຍດ ໃຫ້ແກ່ປະຊາຊົນສອງຊາດໄດ້ຫຼາຍກວ່າເກົ່າ. ຈີນເດັດດ່ຽວສະໜັບສະໜູນປະຊາຊົນກຳປູເຈຍເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ບັນລຸຄວາມສຸກຊຸ່ມກຸ່ມເຢັນຍາວນານຂອງກຳປູເຈຍ.
ສົມເດັດໂນໂຣດົມ ສີຫາໂມນີ ແລະ ພະລາຊີນີໂນໂຣດົມ ໂມນີນຽດກ່າວວ່າ, ກຳປູເຈຍປະຕິບັດຕໍ່ສາຍພົວພັນກຳປູເຈຍ-ຈີນຈາກລະດັບສູງດ້ານຍຸດທະສາດ, ຍິນດີເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງກຳປູເຈຍ-ຈີນໃຫ້ດີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍທີ່ມີອະນາຄົດຮ່ວມກັນໃນຍຸກໃໝ່.