ວັນທີ 26 ສິງຫານີ້, ກອງປະຊຸມໂຕະມົນວ່າດ້ວຍການຮ່ວມມືພາກພື້ນອາຊີຕາເວັນອອກສຽງເໜືອຄັ້ງທີ 4 ພາຍໃຕ້ຫົວຂໍ້ວ່າ “ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ວຍຄຸນນະພາບສູງ, ສ້າງອະນາຄົດທີ່ດີງາມຂອງອາຊີຕາເວັນອອກສຽງເໜືອ” ໄດ້ຈັດຂຶ້ນຢູ່ນະຄອນສາງຊູ່ນ ແຂວງຈີຫຼິນຂອງຈີນ ໂດຍມີຜູ້ຕາງໜ້າຈາກພາຍໃນ ແລະ ຕ່າງປະເທດປະມານ 160 ທ່ານ ເຊິ່ງລວມເຖິງຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ແລະ ວິສາຫະກິດຈາກ 5 ປະເທດໃນອາຊີຕາເວັນອອກສຽງເໜືອເຂົ້າຮ່ວມ ແລະ ຮ່ວມກັນຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື.
ໃນປີ 2024, ຍອດມູນຄ່າການຄ້າລະຫວ່າງຈີນກັບ 5 ປະເທດໃນອາຊີຕາເວັນອອກສຽງເໜືອມີເຖິງ 901,6 ຕື້ໂດລາ, ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ປີ 2023, ກວມເອົາເກືອບ 15% ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນ. ການລົງທຶນເຊິ່ງກັນແລະກັນລະຫວ່າງຈີນກັບ 5 ປະເທດດັ່ງກ່າວມີມູນຄ່າຫຼາຍກວ່າ 7 ຕື້ໂດລາ, ຂົງເຂດການຮ່ວມມືການລົງທຶນໄດ້ຂະຫຍາຍກວ້າງອອກໄປສູ່ຂົງເຂດຈະເລີນໃໝ່ ເຊັ່ນ: ເສດຖະກິດດີຈີຕອນ, ການພັດທະນາສີຂຽວ, ການຜະລິດຂັ້ນສູງ, ການບໍລິການທັນສະໄໝ ແລະອື່ນໆ.