ວັນທີ 25 ສິງຫານີ້,ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ຈັດ ກອງປະຊຸມຖະແຫຼງຂ່າວ,ເຈົ້າຫນ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຈາກອົງການພາສີ ແຫ່ງຊາດຈີນໃຫ້ຮູ້ວ່າ: ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ການຈັດສັນດ່ານເຂົ້າ-ອອກເມືອງສືບຕໍ່ດີຂຶ້ນແລະການ ກໍ່ສ້າງດ່ານເຂົ້າ-ອອກເມືອງແບບອັດສະລິຍະໄດ້ຮັບການເລັ່ງລັດຊຸກຍູ້ໃຫ້ກ້າວໄປຫນ້າ.
ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ດ່ານເຂົ້າອອກເມືອງທີ່ເປີດປະຕູຕໍ່ຕ່າງປະເທດເພີ່ມຂຶ້ນໃຫມ່ແລະເປີດກວ້າງການເປີດປະຕູ່ຕໍ່ຕ່າງປະເທດມີ 40 ແຫ່ງ, ນັບມາຮອດປັດຈຸບັນ, ດ່ານເຂົ້າ-ອອກ ເມືອງທີ່ເປີດປະຕູຕໍ່ຕ່າງປະເທດໃນທົ່ວປະເທດຈີນມີເຖິງ 311 ແຫ່ງ.ປີ 2024, ປະລິມານການຂົນສົ່ງສິນຄ້າຂາເຂົ້າແລະສົ່ງອອກຜ່ານດ່່ານເຂົ້າອອກເມືອງຂົນສົ່ງທາງນ້ຳໃນທົ່ວປະເທດບັນລຸຫຼາຍກວ່າ 4 ຕື້ 300 ລ້ານໂຕນ, ເພີ່ມຂຶ້ນ 10%ເມື່ອ ທຽບໃສ່ໄລຍະທ້າຍຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ 13, ດ່ານເຂົ້າ-ອອກເມືອງທາງອາກາດເພີ່ມຂຶ້ນຫຼາຍກວ່າ 17%, ດ່ານເຂົ້າ-ອອກເມືອງທາງບົກເພີ່ມຂຶ້ນຫຼາຍກວ່າ 19%. ຊ່ອງທາງຜ່ານດ່ານ ເຂົ້າ-ອອກເມືອງທີ່ໂລ່ງລ່ຽນສະດວກເຮັດໃຫ້ສິນຄ້າທີ່ຈີນຜະລິດເລັ່ງລັດກ້າວໄປສູ່ໂລກໃຫ້ຫຼາຍກວ່າເກົ່າ, ທັງເຮັດໃຫ້ສິນຄ້າຄຸນນະພາບດີຂອງໂລກເລັ່ງລັດເຂົ້າສູ່ ຕະຫຼາດຈີນໃຫ້ຫຼາຍກວ່າເກົ່າເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໃຫ້ດີກວ່າເກົ່າ.
ເຈົ້າຫນ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຈາກອົງການພາສີແຫ່ງຊາດຈີນໃຫ້ຮູ້ຕື່ມ ວ່າ: ນັບຕັ້ງແຕ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ເປັນຕົ້ນມາ, ດ່ານພາສີໄດ້ຮັດແຫນ້ນໃນການກັກກັນແລະປ້ອງກັນພະຍາດລະດັບ ຊາດ, ໄດ້ສ້າງຕັ້ງຕາຫນ່າງຕິດຕາມສະພາບການລະບາດຂອງພະຍາດໃນເບື້ອງ ຕົ້ນເຊິ່ງໄດ້ປົກຄຸມ 220 ກວ່າປະເທດແລະເຂດແຄວ້ນທົ່ວໂລກ.