ເນື່ອງໃນໂອກາດກອງປະຊຸມຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຈະໄຂຂຶ້ນໃນໄວໆນີ້, ວັນທີ 25 ສິງຫານີ້, ກິດຈະກຳແລກປ່ຽນວັດທະນະທຳຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ 2025 ທີ່ວິທະຍຸໂທລະພາບສູງກາງຈີນ ຫຼື CMG ແລະ ກອງເລຂາອົງການຮ່ວມມືຊຽງໄຮ້ຮ່ວມກັນເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ແຂກຜູ້ມີກຽດ 100 ກວ່າທ່ານທີ່ລວມເຖິງບຸກຄົນສຳຄັນໃນວົງການການເມືອງ, ວັດທະນະທຳ, ສື່ມວນຊົນ ແລະອື່ນໆຈາກປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ ພ້ອມທັງເປັນສັກຂີພິຍານໃນພິທີປະກາດຜົນງານແລກປ່ຽນວັດທະນະທຳຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຫຼາຍລາຍການ.