ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸງ​ຂອງ​ມຽນ​ມາ

CRI, August 26, 2025
Size:

ວັນທີ 25 ສິງຫານີ້, ກອງປະຊຸມເວທີປຶກສາຫາລືວ່າດ້ວຍຄວາມປອດໄພດ້ານການທ່ອງທ່ຽວຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນຢາງກຸງຂອງມຽນມາ, ເພື່ອຄົ້ນຄວ້າວິທີແກ້ໄຂທີ່ຕິດແທດຕົວຈິງ ແລະ ສ້າງກົນໄກການຮ່ວມມືກ່ຽວກັບການສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. 

ທ່ານກາວກິມຮຸນ ເລຂາທິການໃຫຍ່ອາຊຽນໄດ້ກ່າວຄຳປາໄສຜ່ານທາງວີດີໂອວ່າ, ບັນດາປະເທດສະມາຊິກອາຊຽນຄວນແບກຫາບຄວາມຮັບຜິດຊອບຮ່ວມກັນ, ຮ່ວມມືກັນເສີມສ້າງສິ່ງຮັບປະກັນຄວາມປອດໄພ ແລະ ລົງເລິກການຮ່ວມມືດ້ານຄວາມປອດໄພ, ຊຸກຍູ້ການພັດທະນາການທ່ອງທ່ຽວ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານວັດທະນະທຳ. ອາຊຽນ ແລະ ຈີນມີກຳລັງແຮງບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານການທ່ອງທ່ຽວ, ຄວນຊຸກຍູ້ການຮ່ວມມືເພື່ອຮັກສາຄວາມປອດໄພດ້ານການທ່ອງທ່ຽວລະຫວ່າງອາຊຽນກັບຈີນຢ່າງເດັດດ່ຽວໜຽວແໜ້ນເພື່ອສ້າງຕົວແບບຂອງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງພ້ອມກັນ. 

ໃນໄລຍະດຳເນີນກອງປະຊຸມດັ່ງກ່າວ, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການຮັບມືກັບສິ່ງທ້າທາຍດ້ານຄວາມປອດໄພໃນພາກພື້ນ, ການປະສານງານດ້ານນະໂຍບາຍ ແລະ ວິທີປະຕິບັດຂອງທຸກປະເທດ, ອົບຮົມຕຳຫຼວດດ້ານການທ່ອງທ່ຽວ, ນຳໃຊ້ເຕັກໂນໂລຊີໃໝ່ເພື່ອສ້າງລະບົບນິເວດ ແລະ ຮູບແບບການບໍລິຫານການທ່ອງທ່ຽວທີ່ປອດໄພ ແລະອື່ນໆ, ພ້ອມທັງໄດ້ຮັບຮອງຂໍ້ລິເລີ່ມການຮ່ວມມືເພື່ອຄວາມປອດໄພດ້ານການທ່ອງທ່ຽວທີ່ສະເໜີໂດຍສູນຈີນ-ອາຊຽນ.