7 ເດືອນຂອງປີນີ້, ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄຮ ບັນລຸເຖິງ 293 ຕື້ 180 ລ້ານໂດລາ

CRI, August 25, 2025
Size:

ອີງຕາມແຫຼ່ງຂ່າວຈາກກະຊວງການຄ້າຈີນ ແຈ້ງໃຫ້ຮູ້ວ່າ: ຊຸມປີຜ່ານມານີ້, ການຮ່ວມມືດ້ານເສດຖະກິດໃນພາກພື້ນອົງການຮ່ວມມືຊຽງໄຮ ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ມູນຄ່າການຄ້າສິນຄ້າໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອື່ນໆ ຂອງອົງການຮ່ວມມືຊຽງໄຮ ບັນລຸເຖິງ 293 ຕື້ 180 ລ້ານໂດລາ ເພີ່ມຂຶ້ນ1,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

ໄລຍະ 5 ປີ ຜ່ານມານີ້, ມູນຄ່າການຄ້າລະຫວ່າງຈີນກັບປະເທດສະມາຊິກ ອື່ນໆ ຂອງອົງການຮ່ວມມືຊຽງໄຮ ໄດ້ບັນລຸຫຼາຍກວ່າ 300 ຕື້,  400 ຕື້ ແລະ 500 ຕື້ໂດລາຕາມລຳດັບ,  ມາຮອດ ປີ2024 ໄດ້ບັນລຸເຖິງ 512 ຕື້ 400 ລ້ານໂດລາ, ເຊິ່ງສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. 

ພ້ອມດຽວກັນນັ້ນ, ການຮ່ວມມືດ້ານການລົງທຶນ ແລະ ເຕັກໂນໂລຊີເສດຖະກິດ ໄດ້ຮັບການຊຸກຍູ້ໃຫ້ມີການພັດທະນາຢ່າງໝັ້ນທ່ຽງ. ນັບມາຮອດເດືອນກໍລະກົດປີນີ້, ຈີນໄດ້ລົງທຶນໂດຍກົງຕໍ່ຂະແໜງການຕ່າງໆ ຂອງປະເທດສະມາຊິກອື່ນໆໃນອົງການຮ່ວມມືຊຽງໄຮ ຫຼາຍກວ່າ 40 ຕື້ໂດລາ, ໂຄງການລົງທຶນໄດ້ຫັນຈາກຂົງເຂດດັ້ງເດີມ ເຊັ່ນ: ພະລັງງານບໍ່ແຮ່, ການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ຂະຫຍາຍໄປສູ່ຂົງເຂດພັດທະນາໃໝ່ເທື່ອລະກ້າວ ເຊັ່ນ: ເສດຖະກິດດິຈີຕອນ ແລະການພັດທະນາສີຂຽວ ເປັນຕົ້ນ.

ແຫຼ່ງຂ່າວຈາກ: CGTN