ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດໄປ-ກັບ ລະຫວ່າງນະຄອນຢວີ້ຊີ່ແຂວງຢູນນານຂອງຈີນ-ວຽງຈັນຂອງລາວ ຕາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການຢ່າງເປັນທາງການໃນວັນທີ 23 ສິງຫານີ້.
ທ່ານ ຫຼີຢີ ຮອງຜູ້ອຳນວຍການໃຫຍ່ບໍລິສັດຂົນສົ່ງດ່ວນທາງລົດໄຟຈີນຫຸ້ນສ່ວນຈຳກັດສາຂາຄຸນໝິງ ໃຫ້ຮູ້ວ່າ: “ນັບຕັ້ງແຕ່ເປີດບໍລິການຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດຕາມເສັ້ນທາງລົດໄຟ ລາວ-ຈີນຂາດ່ຽວ ແຕ່ນະຄອນຢວີ້ຊີ່ຫາວຽງຈັນໃນກ່ອນໜ້ານີ້ໜຶ່ງປີ ມາຮອດທຸກມື້ນີ້ທີ່ມີການເປີດຂະບວນລົດໄຟຂາໄປ-ຂາກັບ ຖືເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຂົນສົ່ງຂ້າມຊາດລະຫວ່າງນະຄອນຢວີ້ຊີ່ຂອງຈີນກັບລາວ, ຈາກການເປີດແລ່ນລົດຮອດການແລ່ນລົດຢ່າງສະດວກໄດ້ບັນລຸການຫັນເປັນປົກກະຕິ, ປະເພດສິນຄ້າທີ່ຂົນສົ່ງນັບມື້ນັບອຸດົມສົມບູນຂຶ້ນ, ພືດຜັກ, ເຫຼັກກ້າ, ວັດສະດຸກໍ່ສ້າງຈາກນະຄອນຢວີ້ຊີ່ແຂວງຢູນນານ, ລວມທັງ ຝຸ່ນເຄມີ ແລະ ໝາກໄມ້ຈາກລາວ ຕ່າງໄດ້ຮັບການຂົນສົ່ງຜ່ານເສັ້ນທາງລົດໄຟສາຍນີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດອັນເຂັ້ມແຂງຂອງເສັ້ນທາງລົດໄຟ ລາວ-ຈີນ ໃນການຊຸກຍູ້ສົ່ງເສີມການຄ້າສາກົນ ແລະ ການຮັບໃຊ້ການເປີດປະຕູສູ່ພາຍນອກໃນລະດັບສູງ.”
ນັບຕັ້ງແຕ່ເສັ້ນທາງລົດໄຟ ລາວ-ຈີນ ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີ2021 ມາຮອດທ້າຍເດືອນກໍລະກົດປີນີ້ ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 64.500.000 ໂຕນ, ໃນນີ້ ການຂົນສົ່ງສິນຄ້າຂ້າມຊາດບັນລຸຫຼາຍກວ່າ 14.900.000ໂຕນ.
ແຫຼ່ງຂ່າວຈາກ: CGTN