ວັນທີ 23 ສິງຫານີ້, ອົງການກວດກາຄົນເຂົ້າ-ອອກເມືອງເຂດປົກຄອງຕົນເອງເຜົ່າ ຈ້ວງກວາງຊີຈີນ ແຈ້ງໃຫ້ຮູ້ວ່າ: ລະຫວ່າງວັນທີ 1 ກໍລະກົດ ຫາວັນທີ 22 ສິງຫາປີນີ້, ອົງການຂອງຕົນ ໄດ້ກວດກາແລະໃຫ້ຜ່ານເຂົ້າ-ອອກເມືອງຫຼາຍກວ່າ 2.000.000 ເທື່ອຄົນ, ເພີ່ມຂຶ້ນ 17,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຫັນວ່າການທ່ອງທ່ຽວຂ້າມຊາດໃນໄລຍະລະດູຮ້ອນໄດ້ຮັບຄວາມນິຍົມສູງຢ່າງຕໍ່ເນື່ອງ.
ປີນີ້ ແມ່ນປີຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ຫວຽດນາມ ກໍຄື ປີແລກປ່ຽນວັດທະນະທຳຈີນ-ຫວຽດນາມ. ຢູ່ເຂດການຮ່ວມມືດ້ານການທ່ອງທ່ຽວຂ້າມຊາດທີ່ມີແຫຼ່ງທ່ອງທ່ຽວນ້ຳຕົກຕາດເຕີທ່ຽນຈີນ-ຫວຽດນາມ, ສອງຝ່າຍໄດ້ຈັດກິດຈະກຳໄລຍະລະດູຮ້ອນ ໂດຍໄດ້ຈັດຕະຫຼາດນັດເທິງນ້ຳຂ້າມຊາດຈີນ-ຫວຽດນາມ, ງານດົນຕີຊົມວີວນ້ຳຕົກຕາດຢູ່ທົ່ງນາ ແລະອື່ນໆ ໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍໄປທ່ຽວຊົມ.