ທ່ານ​ຫວາງ​ຢີ້: ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ຮັບ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ​ໃນໄລ​ຍະ 10 ປີ​ຜ່ານ​ມາ

lmcchina.org, August 21, 2025
Size:

ວັນທີ 15 ສິງຫາ 2025, ກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 10 ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນອ່ານນີງແຂວງຢຸນນານຈີນ. ພາຍຫຼັງກອງປະຊຸມ, ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານມາຣິດ ເສງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດໄທໄດ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວ.

ທ່ານຫວາງຢີ້ກ່າວວ່າ: ກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 10 ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢ່າງສຳເລັດຜົນ. ໃນໄລຍະ 10 ປີຜ່ານມາ, 6 ປະເທດໄດ້ເຊີດຊູວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ປະຕິບັດຕໍ່ກັນຢ່າງສະເໝີພາບ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ, ສະໜິດສະໜົມຄືຄອບຄົວດຽວກັນ”, ຍຶດໝັ້ນຈິດໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ຖືການພັດທະນາເປັນບຸລິມະສິດ, ເປິກສາຫາລືຢ່າງສະເໝີພາບກັນ, ຕິດແທດຕົວຈິງ ມີປະສິດທິຜົນສູງ, ເປີດປະຕູສູ່ພາຍນອກ ແລະ ໂອບເອື້ອອາລີ”, ຊຸກຍູ້ການຮ່ວມມື, ໄດ້ສ້າງຄວາມໄວແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ທຸກມື້ມີຄວາມຄືບໜ້າ, ທຸກເດືອນມີຜົນງານ, ແລະ ທຸກປີໄດ້ຮັບການຍົກສູງຂຶ້ນ”.

ໃນໄລຍະ 10 ປີຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງຈີນກັບ 5 ປະເທດລ່ອງແມ່ນ້ຳຂອງໄດ້ກ້າວສູ່ລວງເລິກຢ່າງຕໍ່ເນື່ອງ, ໄດ້ສ້າງສາຍພົວພັນຄູ່ຮ່ວມຊາຕາກຳສອງຝ່າຍຢ່າງທົ່ວເຖິງ, ການສ້າງສາແລວພັດທະນາເສດຖະກິດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລີ່ມຕົ້ນຢ່າງສະດວກ. ປະຊາຊົນປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຄວາມສະໜິດສະໜົມ ແລະ ເຂົ້າໃຈກັນຫຼາຍ ກວ່າເກົ່າ.

ທ່ານຫວາງຢີ້ຊີ້ອອກວ່າ: 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນປະຊາຄົມຮ່ວມຊາຕາກຳແບບທຳມະຊາດ, ບົດຮຽນແຫ່ງການຮ່ວມມືໃນໄລຍະ 10 ປີຜ່ານມາມີຄວາມລ້ຳຄ່າທີ່ສຸດ. ເມື່ອປະເຊີນໜ້າກັບສິ່ງທ້າທາຍຕ່າງໆໃນສາກົນ ແລະ ພາກພື້ນ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສາມາດພັດທະນາຢ່າງເຂັ້ມແຂງ, ຂໍກຸນແຈສຳຄັນແມ່ນໄດ້ຍຶດໝັ້ນວຽກງານໃນ 4 ດ້ານ ຄື: ໜຶ່ງ, ຍຶດໝັ້ນເປັນມິດກັບປະເທດບ້ານໃກ້ເຮືອນຄຽງ ແລະ ຮ່ວມຊາຕາກຳ. ສອງ, ຍຶດໝັ້ນ ສຸມໃສ່ການພັດທະນາ ແລະ ຮ່ວມມືຢ່າງຕິດແທດຕົວຈິງ. ສາມ, ຍຶດໝັ້ນສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ, ເປີດປະຕູສູ່ພາຍນອກແບບໂອບເອື້ອອາລີ. ສີ່, ຍຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່, ດຳເນີນການທົດລອງໄປກ່ອນ.

ທ່ານຫວາງຢີ້ກ່າວຕື່ມວ່າ: ໃນຮອບ 10 ປີຕໍ່ໄປຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີອະນາຄົດທີ່ໜ້າຄອງຄອຍ. ຝ່າຍຕ່າງໆຈະຮ່ວມແຮງຮ່ວມໃຈ, ສຸມຄວາມພະຍາຍາມຢ່າງບໍ່ລົດລະ, ບຸກບືນຂຽນປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນສ້າງບ້ານເມືອງທີ່ມີສັນຕິພາບ ສະຫງົບ ຈະເລີນຮຸ່ງເຮືອງ ສວຍງາມ ແລະ ເປັນມິດຕໍ່ກັນ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳກັບປະເທດອ້ອມຂ້າງ.