ວັນທີ 15 ສິງຫາ 2025, ກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 10 ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນອ່ານນີງແຂວງຢຸນນານຈີນ. ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານມາຣິດ ເສງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດໄທໄດ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວ ໂດຍຄາດຄະເນເຖິງອະນາຄົດແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ທ່ານຫວາງຢີ້ກ່າວວ່າ: ໃນຮອບ 10 ປີຕໍ່ໄປແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີອະນາຄົດທີ່ໜ້າຄອງຄອຍ. ໜຶ່ງ, ເສີມສ້າງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ສົມບູນຂຶ້ນກວ່າເກົ່າ. ສອງ, ເລັ່ງລັດຂະບວນການທີ່ເສດຖະກິດເຊື່ອມໂຍງເປັນອັນໜຶ່ງອັນດຽວກັນ. ສາມ, ຄົ້ນຄວ້າການບໍລິຫານພາກພື້ນຢ່າງປະສານກົມກຽວ. ສີ່, ບຳລຸງສ້າງສະຕິວົງຄະນາຍາດໃຫຍ່ຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ທ່ານຫວາງຢີ້ກ່າວຕື່ມວ່າ: ໄລຍະ 10 ປີຜ່ານໄປແລ້ວ ເມື່ອອອກເດີນທາງຄັ້ງໃໝ່, ຍັງຍຶດໝັ້ນອຸດົມການແຕ່ຫົວທີຢ່າງໜັກແໜ້ນ. ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະສືບຕໍ່ຖືຈິດໃຈໂອບເອື້ອອາລີ ທ່າທີເປີດກວ້າງ ແລະ ນ້ຳໃຈສາມັກຄີ, ເພື່ອເລັ່ງລັດສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮັກສາ ແລະ ສ້າງສາບ້ານເມືອງຮ່ວມຂອງພວກເຮົາໃຫ້ດີ.