6 ເດືອນຕົ້ນປີນີ້ ການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄຮ້ບັນລຸເຖິງ 247 ຕື້ 700 ລ້ານໂດລາ

CRI, August 21, 2025
Size:

ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດລະດັບພາກພື້ນຂອງອົງການຮ່ວມມືຊຽງໄຮ້ໄດຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ຂະໜາດການຄ້າດ້ານສິນຄ້າຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄຮ້ໄດ້ບັນລຸເຖິງ 247 ຕື້ 700 ລ້ານໂດລາ, ເພີ່ມຂຶ້ນ 0,8% ເມື່ອທຽບກັບໄລຍະດຽວກັນປີ 2024. ໃນ 5 ປີມໍ່ໆມານີ້, ຍອດມູນຄ່າການຄ້າລະຫວ່າງຈີນ ກັບປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄດ້ບັນລຸເຖິງ 300 ຕື້, 400ຕື້ ແລະ 500 ຕື້ໂດລາຢ່າງລຽນຕິດ ແລະ ບັນລຸຮອດ 512 ຕື້ 400 ລ້ານໂດລາໃນປີ 2024 ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ປີ 2023.

ນັບມາຮອດເດືອນມິຖຸນາປີນີ້, ການລົງທຶນໂດຍກົງໃນຂະແໜງການຕ່າງໆຂອງຈີນຕໍ່ປະເທດສະມາຊິກອື່ນໆ ມີມູນຄ່າຫຼາຍກວ່າ 40 ຕື້ໂດລາ.