ເລີ່ມ​ການຈັດ​ຕັ້ງ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຮ່ວມ​ຕາມ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ​ຄັ້ງ​ທີ 156

CRI, August 21, 2025
Size:

ວັນທີ 19 ສິງຫານີ້, ເຮືອຕຳຫຼວດ 53101, 53108 ແລະ 53109 ຂອງຝ່າຍຈີນໄດ້ອອກເດີນທາງຈາກທ່າເຮືອຕຳຫຼວດຈິງຮ່າຂອງກິ່ງແຂວງສິບສອງພັ່ນນາແຂວງຢູນນານຈີນ ເພື່ອລົງໄປເຂດລ່ອງແມ່ນ້ຳຂອງທີ່ກຳນົດໄວ້ ຮ່ວມກັບພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຈາກປະເທດລາວ, ມຽນມາ ແລະ ໄທ ຈັດການເຄື່ອນໄຫວບັງຄັບໃຊ້ກົດໝາຍຮ່ວມຫຼາຍລາຍການ ໂດຍສະເພາະແມ່ນການລາດຕະເວນແລະບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 156. ທັງສີ່ຝ່າຍໄດ້ສົ່ງເຮືອຕຳຫຼວດທັງໝົດ 7 ລຳ ແລະ ເຈົ້າໜ້າທີ່ຕຳຫຼວດ 100 ກວ່າຄົນເຂົ້າຮ່ວມ.


ໃນໄລຍະດຳເນີນການ, ພາກສ່ວນປະຕິບັດກົດໝາຍຈາກ 4 ປະເທດຈະຈັດ ກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຢູ່ປະເທດມຽນມາ ເພື່ອແຈ້ງສະພາບການປ້ອງກັນຄວາມປອດໄພຕາມແມ່ນ້ຳຂອງໃນໄລຍະມໍ່ໆມານີ້ໃຫ້ກັນແລະກັນຊາບ. ສ່ວນຝ່າຍຈີນ, ລາວ ແລະ ມຽນມາ ຈະຈັດການລາດຕະເວນ ປະຈຳແລະຝຶກຊ້ອມຮ່ວມ ຢູ່ເຂດລ່ອງນ້ຳທີ່ສຳຄັນແລະມັກເກີດບັນຫາອ່ອນໄຫວຕາມແມ່ນ້ຳຂອງ.