ຄະນະກໍາມະການເລືອກຕັ້ງມຽນມາໄດ້ປະກາດໃນວັນທີ 18 ສິງຫານີ້ວ່າ: ຈະຈັດການເລືອກຕັ້ງທົ່ວໄປເລີ່ມແຕ່ວັນທີ 28 ທັນວາປີນີ້.
ກ່ອນໜ້ານີ້, ຄະນະກໍາມະການສະຫະພາບມຽນມາເຄີຍປະກາດວ່າ: ນອກຈາກບາງເຂດແຄວ້ນທີ່ຖືກຈໍາກັດເນື່ອງຈາກສະພາບຄວາມປອດໄພແລ້ວ, ການເລືອກຕັ້ງທົ່ວໄປມີແຜນຈະຈັດຂຶ້ນຢູ່ແຂວງ ແລະ ລັດຕ່າງໆໃນທົ່ວປະເທດຕາມລໍາດັບໂດຍແບ່ງເປັນແຕ່ລະໄລຍະ, ສໍາລັບວັນເວລາຈັດການເລືອກຕັ້ງໃນແຕ່ລະໄລຍະຈະກໍານົດຕ່າງຫາກ. ພາຍຫຼັງປະກາດວັນເວລາຈັດການເລືອກຕັ້ງແລ້ວ, ຈະຈັດການເລືອກຕັ້ງຢູ່ບ້ານທີ່ສອດຄ່ອງກັບເງື່ອນໄຂເປັນບຸລິມະສິດ ໂດຍອີງຕາມສະພາບຄວາມປອດໄພຂອງທ້ອງຖິ່ນຕ່າງໆ, ສໍາລັບທ້ອງຖິ່ນທີ່ບໍ່ສາມາດຈັດການເລືອກຕັ້ງໄດ້ນັ້ນຈະປະກາດແຈ້ງການເພື່ອອະທິບາຍ.