ຈັດກິດຈະກຳສື່ມວນຊົນທີ່ເປັນລະບົບ “ທ່ຽວຊົມປະເທດຈີນ ແຂວງໄຫຫຼຳທີ່ມີຊີວິດຊີວາ” ຢູ່ນະຄອນຊ່ານຢ້າ

CRI, August 20, 2025
Size:

ເນື່ອງໃນໂອກາດທີ່ທ່າການຄ້າເສລີແຂວງໄຫຫຼຳຈີນຈະປະຕິບັດດ່ານພາສີອິດສະຫຼະທົ່ວເກາະ, ວັນທີ 18 ສິງຫານີ້, ກິດຈະກຳລາຍງານຂ່າວຮ່ວມສື່ມວນຊົນຈີນ ແລະຕ່າງປະເທດ ກໍ່ຄືການສຳມະນາສື່ມວນຊົນ “ຄູ່ຮ່ວມອາຊຽນ” ທີ່ຈັດຂຶ້ນໂດຍສູນອາຊີ-ອາຟິຼກາ ແລະ ສຳນັກງານໃຫຍ່ປະຈຳແຂວງໄຫຫຼຳຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ສຳນັກງານ CMG ປະຈຳນະຄອນຊ່ານຢ້າ.

ໃນພິທີໄຂງານ, ທ່ານວາງປິ່ນ ກຳມະການປະຈຳຄະນະພັກແຂວງໄຫຫຼຳຫົວໜ້າຄະນະໂຄສະນາອົບຮົມແຂວງໄຫຫຼຳກ່າວວ່າ: ໃນຊຸມປີມໍ່ໆມານີ້,ການຮ່ວມມືດ້ານການຄ້າລະຫວ່າງແຂວງໄຫຫຼຳ ກັບ ອາຊຽນໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ອາຊຽນເປັນຄູ່ການຄ້າອັນດັບໜຶ່ງຂອງແຂວງໄຫຫຼຳຈີນເປັນເວລາຫຼາຍປີລຽນຕິດ. ທ່າການຄ້າເສລີໄຫຫຼຳຈະປະຕິບັດພາສີອິດສະຫຼະທົ່ວເກາະຢ່າງເປັນທາງການໃນວັນທີ 18 ທັນວາປີນີ້, ຫຼັງຈາກນັ້ນ ຈະເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າກັບບັນດາປະເທດສະມາຊິກອາຊຽນຕື່ມອີກ.

ທ່ານນາງຈ່າງຮຸ່ຍ ຮອງຫົວໜ້າສູນອາຊີ-ອາຟຼິກາຂອງ CMG ກ່າວຄຳປາໄສວ່າ: ຄອງຄອຍກິດຈະກຳຄັ້ງນີ້ບໍ່ພຽງແຕ່ຈະກາຍເປັນແບບຢ່າງດ້ານພຶດຕິກຳຂອງກົນໄກຮ່ວມມືກັບສື່ມວນຊົນ “ຄູ່ຮ່ວມອາຊຽນ” ເທົ່ານັ້ນ ຍິ່ງຈະເປັນການຮ່ວມກຳລັງໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນນຳອີກ.

“ທ່ຽວຊົມປະເທດຈີນ”ແມ່ນກິດຈະກຳສື່ມວນຊົນທີ່ເປັນລະບົບທີ່ຈັດຂຶ້ນໂດຍໂທລະພາບສາກົນຈີນ ຫຼື CGTN ຂອງ CMG, ມີຈຸດປະສົງເພື່ອເຊື້ອເຊີນນັກຂ່າວສື່ມວນຊົນຫຼັກຂອງປະເທດຕ່າງໆໃນໂລກມາສຳຫຼວດຄວາມງາມຂອງປະເທດຈີນ ຊຸກຍູ້້ຈີນ ກັບ ປະເທດຕ່າງໆແລກປ່ຽນວັດທະນະທຳ ແລະ ການປະສານຈິດໃຈລະຫວ່າງປະຊາຊົນຈີນ ກັບ ປະເທດອື່ນໆ.ກິດຈະກຳດັ່ງກ່າວໄດ້ເຊື້ອເຊີນສື່ມວນຊົນຫຼັກ 16 ແຫ່ງຈາກ 9 ປະເທດສະມາຊິກອາຊຽນ ເຊັ່ນ :ອິນໂດເນເຊຍ, ໄທ, ລາວ, ຫວຽດນາມ ແລະ ມາເລເຊຍເປັນຕົ້ນມາເຂົ້າຮ່ວມ.