ວັນທີ 18 ສິງຫານີ້, ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນ ກັບ ທະນາຄານໄທ ໄດ້ລົງນາມໃນ “ສັນຍາວ່າດ້ວຍການແລກປ່ຽນເງິນຕາສອງຝ່າຍ (ເງິນຢວນຈີນ-ເງິນບາດໄທ) ສະບັບປັບປຸງ ແລະ ຂະຫຍາຍເວລາເທື່ອທີ 3”, ຍອດຈໍານວນການແລກປ່ຽນເງິນຕາສອງຝ່າຍບັນລຸເຖິງ 70 ຕື້ຢວນ ຫຼື 370 ຕື້ບາດ, ສັນຍາສະບັບດັ່ງກ່າວມີຜົນບັງຄັບໃຊ້ 5 ປີ ແລະ ສາມາດຂະຫຍາຍເວລາໄດ້ໂດຍອີງຕາມຄວາມເຫັນດີຂອງສອງຝ່າຍ.
ການທີ່ທະນາຄານປະຊາຊົນຈີນ ແລະ ທະນາຄານໄທ ຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍອີກເທື່ອໜຶ່ງ ມີຜົນດີຕໍ່ການລົງເລິກການຮ່ວມມືດ້ານເງິນຕາ ແລະ ການທະນາຄານລະຫວ່າງສອງປະເທດຕື່ມອີກ, ພ້ອມທັງມີຜົນດີຕໍ່ການຊຸກຍູ້ການຄ້າ ແລະ ການລົງທຶນສອງຝ່າຍໃຫ້ມີຄວາມສະດວກ ກໍຄືການປົກປັກຮັກສາຄວາມໝັ້ນທ່ຽງຂອງຕະຫຼາດການທະນາຄານນໍາອີກ.