ຕົວເລກສະຖິຕິທີ່ອົງການພາສີຄຸນນີງຂອງຈີນເປີດເຜີຍໃນວັນທີ 16 ສິງຫານີ້ສະແດງໃຫ້ເຫັນວ່າ: ໃນ 7 ເດືອນຜ່ານມາປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກລະຫວ່າງແຂວງຢູນນານຂອງຈີນ ແລະ5ປະເທດຢູ່ລຽບຕາມແມ່ນ້ຳຂອງ ຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະຫວຽດນາມ ມີເຖິງ 65.940.000.000 ຢວນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ຍອດມູນຄ່າສົ່ງອອກຂອງແຂວງຢູນນານແມ່ນ 24.550.000.000 ຢວນ, ເພີ່ມຂຶ້ນ 10,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຍອດມູນຄ່ານຳເຂົ້າຂອງແຂວງຢູນນານແມ່ນ 41.390.000.000 ຢວນ, ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ແຂວງຢູນນານໄດ້ຕັ້ງໜ້າຈັດຕັ້ງປະຕິບັດນະໂຍບາຍຫຼຸດຜ່ອນພາສີຕ່າງໆ ເຊັ່ນ: ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP , ສັນຍາການຄ້າເສລີລະຫວ່າງຈີນ-ອາຊຽນ ແລະອື່ນໆ, ໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າໃນພາກພື້ນຢ່າງແຂງແຮງ.