ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10 ຢູ່ແຂວງຢູນນານຈີນ

CRI, August 18, 2025
Size:

ວັນທີ 15 ສິງຫານີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10 ໄດ້ຈັດຂຶ້ນຢູ່ເມືອງອ່ານນີງ ແຂວງຢູນນານຈີນ, ລັດຖະມົນຕີກະຊວງການຕ່າງປະເທດຂອງ 6 ປະເທດຢູ່ເຂດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຂົ້າຮ່ວມກອງປະຊຸມ.

ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ:ນັບແຕ່ສ້າງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນເວລາ 10 ປີມານີ້ ໄດ້ຮັບຜົນງານອັນອຸດົມສົມບູນ,ໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນ 6 ປະເທດ ພ້ອມທັງໄດ້ປະກອບສ່ວນອັນສຳຄັນເພື່ອຊຸກຍູ້ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

    ທ່ານວາງຢີ້ກ່າວຕື່ມວ່າ:ຢືນຢູ່ຈຸດເລີ່ມຕົ້ນໃໝ່,ພວກເຮົາຈະສຸມໃສ່ສ້າງ “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສະບັບ 2,0” ທີ່ສາມັກຄີຮ່ວມມືກັນ,ເປີດປະຕູຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ປະດິດສ້າງແບບເປັນສີຂຽວ ມີສັນຕິພາບ ແລະ ຄວາມສະຫງົບ,ພ້ອມກັນເປີດທົດສະວັດຄຳໃໝ່ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ເລັ່ງລັດກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມຸ່ງໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.

 

 

 

 

 

    ຝ່າຍຕ່າງໆທີ່ຮ່ວມປະຊຸມໄດ້ຕີລາຄາສູງຕໍ່ຜົນງານຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 10 ປີຜ່ານມາ,ຍ້ອງຍໍຈີນທີ່ຍຶດໝັ້ນມີໄມຕີຈິດຖານບ້ານໃກ້ເຮືອນຄຽງ ແລະ ໄດ້ເສີມຂະຫຍາຍບົດບາດນຳພາອັນສຳຄັນເພື່ອຊຸກຍູ້ການຮ່ວມມື.ຝ່າຍຕ່າງໆເປັນເອກະພາບກັນເຫັນວ່າ,ໂດຍຜະເຊີນໜ້າກັບສະຖານະການສາກົນທີ່ສັບສົນ ແລະ ຂ້ຽວຂາດ,ປະເທດຕ່າງໆຢູ່ເຂດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄວນເຕົ້າໂຮມຄວາມສາມັກຄີສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ,ເປີດປະຕູກວມລວມ,ດຳເນີນການຮ່ວມມືໃນຂົງເຂດຕ່າງໆຢ່າງໃກ້ຊິດ,ເດັດດ່ຽວຮັກສາລັດທິຫຼາຍຝ່າຍ,ພ້ອມກັນຮັບມືກັບສິ່ງທ້າທາຍ,ຍຶດໝັ້ນສັນຕິພາບ ສະຖຽນລະພາບ ແລະຄວາມຈະເລີນໃນພາກພື້ນ,ສ້າງຄວາມສຸກໃຫ້ແກ່ປະຊາຊົນ 6ປະເທດໃຫ້ຫຼາຍກວ່າເກົ່າ.