ລັດຖະມົນຕີການຕ່າງປະເທດຈີນ ລາວ ມຽນມາ ແລະ ໄທຈັດການພົບປະບໍ່ເປັນທາງການ

CRI, August 18, 2025
Size:

ວັນທີ 15 ສິງຫານີ້,ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນ ລາວ ມຽນມາ ແລະ ໄທໄດ້ຈັດຂຶ້ນຢູ່ເມືອງອ່ານນີງ ແຂວງຢູນນານຈີນ.


ລັດຖະມົນຕີການຕ່າງປະເທດ 4 ປະເທດໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການຮ່ວມກັນໂຈມຕີອາຊະຍາກຳຂ້າມຊາດ ແລະ ກ່າວວ່າ ການໂຈມຕີອາຊະຍາກຳຂ້າມຊາດກ່ຽວພັນເຖິງຄວາມສຸກ ແລະ ຄວາມປອດໄພຂອງປະຊາຊົນ,ເປັນບັນຫາທີ່ 4 ປະເທດໃຫ້ຄວາມສົນໃຈຮ່ວມກັນ,ຕ້ອງດຳເນີນການຮ່ວມມືກັນ.ລັດຖະມົນຕີການຕ່າງປະເທດຂອງ 4 ປະເທດເປັນເອກະພາບເຫັນດີສືບຕໍ່ເພີ່ມທະວີການຮ່ວມມືບັງຄັບໃຊ້ກົດໝາຍເພື່ອຮັກສາຄວາມໝັ້ນຄົງ,ເພີ່ມກຳລັງໂຈມຕີການພະນັນອອນລາຍ,ການຫຼອກຫຼວງທາງໂທລະຄົມ,ຢາເສບຕິດ,ການຄ້າຂາຍຂົນສົ່ງອາວຸດ,ການຄ້າມະນຸດ ແລະ ອື່ນໆ,ພ້ອມກັນຮັກສາສັນຕິພາບແລະ ຄວາມສະຫງົບໃນພາກພື້ນ.