ວັນທີ 31 ກໍລະກົດ 2025, ພິທີເປີດໂຄງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ຂອງກະຊວງສິ່ງແວດລ້ອມກຳປູເຈຍ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມື, ສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການດຳເນີນງານຂອງສູນຄົ້ນຄວ້າ ແລະ ປົກປັກຮັກສາດອກກ້ວຍໄມ້ໂຊອານ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ໂດຍມີທ່ານ Eang Sophalleth, ລັດຖະມົນຕີກະຊວງສິ່ງແວດລ້ອມ ກຳປູເຈຍ ແລະ ທ່ານ ຫວັ່ງເວີນປິ່ນ (Wang Wenbin), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳກຳປູເຈຍໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ຂຶ້ນກ່າວຄຳເຫັນ.
ທ່ານ ຫວັ່ງເວີນປິ່ນມີຄຳເຫັນ ວ່າ: ການປົກປັກຮັກສາ ແລະ ການນຳໃຊ້ຄວາມຫຼາກຫຼາຍທາງດ້ານຊີວະນານາພັນແບບຍືນຍົງໄດ້ຈັດເຂົ້າໃນ “ແຜນປະຕິບັດງານ 5 ປີ ຂອງການຮ່ວມມື LM (2023-2027)”, ຫວັງວ່າ ໂຄງການນີ້ຈະສາມາດກາຍເປັນໂຄງການຕົວແບບ ຂອງ “ແຜນການ LM ສີຂຽວ”, ຈະເສີມຂະຫຍາຍບົດບາດນຳໜ້າ ແລະ ຊຸກຍູ້ການດຳເນີນການຮ່ວມມືດ້ານການປົກປັກຮັກສາຄວາມຫຼາກຫຼາຍທາງດ້ານຊີວະນານາພັນລະຫວ່າງບັນດາປະເທດ LM.