ວັນທີ 14 ສິງຫານີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວທີ່ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10 ຢູ່ນະຄອນອ່ານນິງແຂວງຢຸນນານຂອງຈີນ.
ທ່ານ ຫວາງຢີ້ ກ່າວວ່າ: ຈີນແລະລາວເປັນສະຫາຍແລະອ້າຍນ້ອງກັນ,ໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນມາໂດຍຕະຫຼອດໃນບັນຫາທີ່ມີສ່ວນກ່ຽວຂ້ອງກັບຜົນປະໂຫຍດໃຈກາງ,ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງສອງປະເທດໄດ້ຢືນຢູ່ແຖວໜ້າແຫ່ງຍຸກສະໄໝ. ຈີນສະໜັບສະໜູນລາວຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວໃຫ້ດີ,ວາງແຜນການພັດທະນາຂອງພັກແລະປະເທດໃນຕໍ່ໜ້າໃຫ້ດີ. ຍິນດີຮ່ວມກັບລາວຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດສອງພັກ-ສອງລັດ,ເພີ່ມທະວີການຕິດຕໍ່ພົວພັນທາງດ້ານຍຸດທະສາດ,ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ຮ່ວມກັນຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 65 ປີທີ່ຈະຈັດຂຶ້ນໃນປີໜ້າໃຫ້ດີ,ເຮັດໃຫ້ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວໄດ້ມີ ຊີວິດຊີວາອັນໃໝ່ຢ່າງບໍ່ຢຸດຢັ້ງ. ສອງຝ່າຍຕ້ອງເລັ່ງລັດການຍົກລະດັບຄຸນນະພາບຂອງເສັ້ນທາງລົດໄຟຈີນ-ລາວ,ຊຸກຍູ້ແນວຄິດກ່ຽວກັບການພັດທະນາດ້ານການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນ-ລາວ-ໄທໃຫ້ໄດ້ຮັບການຈັດຕັ້ງປະຕິບັດແລະບັນລຸຜົນເປັນຈິງ,ຊ່ວຍເຫຼືອການພັດທະນາຂອງລາວແລະການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ. ຈີນຍິນດີຮ່ວມກັບລາວຊົມໃຊ້ຜົນປະໂຫຍດຂອງຕະຫຼາດຂະໜາດໃຫຍ່ທີ່ສຸດ,ສົ່ງເສີມວິສາຫະກິດຈີນໄປລົງທຶນຢູ່ລາວໃຫ້ຫຼາຍກວ່າເກົ່າ,ປົກປັກຮັກສາຄວາມປອດໄພແລະຄວາມໝັ້ນຄົງຂອງຕ່ອງໂສ້ການຜະລິດແລະການສະໜອງ,ຮ່ວມກັນຕໍ່ຕ້ານການຂົ່ມຂູ່ແລະບີບບັງຄັບທາງດ້ານເສດຖະກິດ.
ທ່ານ ຫວາງຢີ້ ຊີ້ໃຫ້ເຫັນວ່າ: ປີນີ້ແມ່ນປີທີ່ສົງຄາມປະຊາຊົນຈີນຕໍ່ຕ້ານຜູ້ຮຸກຮານຍີ່ປຸ່ນກໍຄືສົງຄາມຕໍ່ຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ ແລະການສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 80 ປີ. ຈີນແລະລາວຄວນຮ່ວມກັບປະເທດທີ່ຮັກຫອມສັນຕິພາບ ເພື່ອສົ່ງເສີມຄ່ານິຍົມທາງດ້ານປະຫວັດສາດທີ່ຖືກຕ້ອງ,ຍຶດໝັ້ນລັດທິຫຼາຍຝ່າຍທີ່ແທ້ຈິງ, ຄັດຄ້ານລັດທິເຈົ້າອຳນາດ,ການເມືອງແບບມະຫາອຳນາດແລະລັດທິຝ່າຍດຽວ,ເດັດດ່ຽວປົກປັກຮັກສາລະບົບສາກົນທີ່ຖືເອົາອົງການສະຫະປະຊາຊາດເປັນໃຈກາງແລະລະບຽບການສາກົນທີ່ຖືເອົາກົດໝາຍສາກົນເປັນພື້ນຖານ ເພື່ອເພີ່ມຄວາມແນ່ນອນໃຫ້ຫຼາຍກວ່າເກົ່າເຂົ້າໃນສະຖານະການສາກົນທີ່ສັບສົນແລະມີການປ່ຽນແປງເລື້ອຍໆ. ພ້ອມທັງສະແດງຄວາມຍິນດີຕ້ອນຮັບລາວເຂົ້າຮ່ວມເປັນສະມາຊິກອົງການຮ່ວມມືຊຽງໄຮ ແລະຄອງຄອຍຝ່າຍລາວອຸທິດກຳລັງເຂົ້າໃນການພັດທະນາຂອງອົງການຮ່ວມມືຊຽງໄຮ.
ທ່ານ ທອງສະຫວັນ ພົມວິຫານ ກ່າວວ່າ: ມິດຕະພາບລະຫວ່າງລາວ-ຈີນມີມູນເຊື້ອມາແຕ່ດົນນານ,ສອງປະເທດແມ່ນບ້ານໃກ້ເຮືອນຄຽງທີ່ດີ,ເພື່ອນມິດທີ່ດີ,ສະຫາຍທີ່ດີແລະຄູ່ຮ່ວມມືທີ່ດີ. ພັກແລະລັດຖະບານລາວໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນກັບຈີນ ແລະຫວັງວ່າຈະສາມາດເພີ່ມທະວີການຕິດຕໍ່ພົວພັນທາງຍຸດທະສາດ,ລົງເລິກການຮ່ວມມືໃນຂົງເຂດຕ່າງໆ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກຢ່າງແທ້ຈິງ. ເສັ້ນທາງລົດໄຟລາວ-ຈີນແມ່ນໂຄງການຮ່ວມມືທີ່ສຳຄັນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ຊຸກຍູ້ການຄ້າແລະການໄປມາຫາສູ່ກັນລະຫວ່າງປະຊາຊົນຂອງສອງປະເທດຢ່າງແຂງແຮງ,ລາວຍິນດີເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍ “ການກວດກາຜ່ານປະຕູດຽວ”,ເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນສາມາດເສີມຂະຫຍາຍບົດບາດທີ່ໃຫຍ່ຫຼວງກວ່າເກົ່າ. ພ້ອມນີ້ທ່ານໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນແກ່ລາວໃນການເຂົ້າຮ່ວມເປັນຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ,ຄອງຄອຍເຂົ້າຮ່ວມກອງປະຊຸມສຸດຍອດຢູ່ນະຄອນທຽນສິນຂອງຈີນ,ຍິນດີຕິດຕໍ່ພົວພັນແລະປະສານງານກັບຈີນຢ່າງແໜ້ນແຟ້ນ,ຮ່ວມກັນປົກປັກຮັກສາຄວາມຍຸຕິທຳແລະຄວາມຊອບທຳໃນສາກົນ.