ລັດຖະມົນຕີຕ່າງປະເທດຈີນ ກຳປູເຈຍ ໄທສົນທະນາກັນໃນງານລ້ຽງນ້ຳຊາຢູ່ເມືອງອານໜິງແຂວງຢູນໜານຈີນ

CRI, August 17, 2025
Size:

ວັນທີ 14 ສິງຫານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຊື້ອເຊີນທ່ານປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານມາຣິດ ສະງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດໄທໄດ້ສົນທະນາກັນໃນງານລ້ຽງນ້ຳຊາຢູ່ເມືອງອານໜິງແຂວງຢູນໜານຈີນ, ໃນບັນຍາກາດຢ່າງກົມກຽວກັນ, ໄດ້ແລກປ່ຽນກັນຢ່າງມີໄມຕີຈິດແລະຈິງໃຈກ່ຽວກັບການປະທະກັນຕາມຊາຍແດນກຳປູເຈຍ-ໄທ.

ທ່ານຫວາງຢີ້ກ່າວວ່າ: ກຳປູເຈຍ-ໄທລ້ວນແຕ່ບໍ່ຕ້ອງການໃຫ້ການປະທະກັນດຳເນີນໄປຢ່າງຕໍ່ເນື່ອງ, ລ້ວນແຕ່ມີຄວາມຍິນດີຟື້ນຟູການເຈລະຈາ, ປັບປຸງການພົວພັນໃຫ້ດີກວ່າເກົ່າ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ໄດ້ຈັດຂຶ້ນຢູ່ເມືອງອານໜິງຄັ້ງນີ້ໄດ້ສະໜອງໂອກາດທີ່ດີ. ໃນພາສາຈີນ ອານໜີງ ໝາຍຄວາມວ່າສັນຕິພາບ, ກົມກຽວກັນແລະປອງດອງກັນ, ເຊິ່ງແມ່ນວິທີທີ່ຖືກຕ້ອງຂອງການຢູ່ຮ່ວມກັນລະຫວ່າງປະເທດໃກ້ຄຽງ.ຫວັງວ່າກຳປູເຈຍ-ໄທຈະອອກ “ສຽງຄວາມສະຫງົບ” ຮ່ວມກັນຢູ່ບ່ອນນີ້.

ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍແລະລັດຖະມົນຕີກະຊວງການຕ່າງປະເທດໄທໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໄດ້ສະໜອງໂອກາດໃນການແລກປ່ຽນໃຫ້ແກ່ສອງຝ່າຍ. ສອງຝ່າຍກ່າວຢ້ຳວ່າຍິນດີຕ້ັງໜ້າປະຕິບັດຕາມສັນຍາຢຸດຍິງ, ນຳໃຊ້ກົນໄກການສົນທະນາເປັນຢ່າງດີແລະເຕັມສ່ວນ, ຄວບຄຸມແລະແກ້ໄຂຂໍ້ພິພາດໃຫ້ດີດ້ວຍສັນຕິວິທີ.