ເສັ້ນ​ທາງ​ລົດ​ໄຟ​ຂອງ​ຈີນ​ໄດ້​ຂົນ​ສົ່ງຜູ້​ໂດຍ​ສານ 600 ລ້ານ​ກ​ວ່າເທື່ອ​ຄົນໃນ​ໄລ​ຍະ​ພັກລະ​ດູ​ຮ້ອນ

CRI, August 14, 2025
Size:

ເລີ່ມແຕ່ວັນທີ 1 ກໍລະກົດເປັນຕົ້ນມາ, ທາງລົດໄຟຂອງຈີນໄດ້ເຂົ້າສູ່ໄລຍະຂົນສົ່ງຍາມພັກລະດູຮ້ອນ. ວັນທີ 12 ສິງຫານີ້, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດເປີດເຜີຍໃຫ້ຮູ້ວ່າ, ນັບແຕ່ວັນທີ 1 ກໍລະກົດຫາວັນທີ 11 ສິງຫານີ້, ເສັ້ນທາງລົດໄຟໃນຂອບເຂດທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 616 ລ້ານເທື່ອຄົນ, ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍໄດ້ຂົນສົ່ງຜູ້ໂດຍສານສະເລ່ຍ 14.675.000 ເທື່ອຄົນຕໍ່ມື້. ດ່ານທາງລົດໄຟບໍ່ຫານລວມແລ້ວໄດ້ກວດກາແລະອະນຸຍາດໃຫ້ນັກທ່ອງທ່ຽວ 26.000 ເທື່ອຄົນເຂົ້າອອກເມືອງ, ເພີ່ມຂຶ້ນ 10,33% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ນັກທ່ອງທ່ຽວທີ່ອອກເມືອງເພື່ອການທ່ອງທ່ຽວກວມເອົາຫຼາຍກວ່າ 60% ຂອງຜູ້ໂດຍສານທັງໝົດ.