ຈີນ: ສ້າງປະຊາຄົມຮ່ວມຊາຕາກຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ແໜ້ນແຟ້ນກວ່າເກົ່າຢ່າງຕໍ່ເນື່ອງ

CRI, August 14, 2025
Size:

ວັນທີ 13 ສິງຫານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10 ພ້ອມທັງຈະຈັດການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີຕ່າງປະເທດຈີນ-ລາວ-ມຽນມາ-ໄທວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນກົນໄກການຮ່ວມມືໃນພາກພື້ນແບບໃໝ່ທີ່ໄດ້ຮັບການປຶກສາຫາລື,ການສ້າງແລະການນຳໃຊ້ຮ່ວມກັນລະຫວ່າງຈີນ-ລາວ-ກຳປູເຈຍ-ມຽນມາ-ໄທ-ຫວຽດນາມ. ພາຍໃຕ້ການຊີ້ນຳດ້ານຍຸດທະສາດຂອງຜູ້ນຳ 6 ປະເທດດັ່ງກ່າວໄດ້ເສີມຂະຫຍາຍຈິດໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ຖືເອົາການພັດທະນາເປັນບູລິມະສິດ, ປຶກສາຫາລືຢ່າງສະເໝີພາບກັນ, ຕິດແທດຕົວຈິງຢ່າງມີປະສິດທິພາບສູງ, ເປີດປະຕູແລະມີຄວາມໂອບເອື້ອອາລີ”, ຮ່ວມກັນສ້າງປະຊາຄົມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຮ່ວມທຸກຮ່ວມສຸກແລະຊ່ວຍເຫຼືອເຊິ່ງກັນແລະກັນ.

ໂຄສົກກະຊວງການຕ່າງປະເທດຈີນກ່າວຕື່ມວ່າ: ປີນີ້ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະກ້າວເຂົ້າສູ່ປີທີ 10. ປັດຈຸບັນນີ້, ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງລ້ວນແຕ່ຢູ່ໃນໄລຍະສຳຄັນທີ່ມີການພັດທະນາຢ່າງໄວກວ່າເກົ່າ. ຈີນຫວັງວ່າໂດຍຜ່ານກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງນີ້ຈະຊ່ວຍສ້າງເຂດການພັດທະນາເສດຖະກິດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ເຂັ້ມແຂງໜຽວແໜ້ນກວ່າເກົ່າແລະປະຊາຄົມຮ່ວມຊາຕາກຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ແໜ້ນແຟ້ນກວ່າເກົ່າຢ່າງຕໍ່ເນື່ອງ.