ເວລາ 14 ໂມງ 43 ນາທີຂອງວັນທີ 13 ສິງຫານີ້, ຈີນໄດ້ຍິງສົ່ງດາວທຽມກຸ່ມ 08 ສຳລັບການສົ່ງສັນຍານອິນເຕີເນັດເຂົ້າສູ່ວົງໂຄຈອນຕ່ຳດ້ວຍຈະຫຼວດສົ່ງຍານຊາງເຈີ່ງ 5B ຂຶ້ນສູ່ອະວະກາດຢ່າງສຳເລັດຜົນຢູ່ສູນສົ່ງຍານການບິນອະວະກາດເວີນຊ່າງ. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ຄາດໄວ້ຢ່າງສະດວກເຮັດໃຫ້ພາລະກິດການຍິງສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.