ເມື່ອມໍ່ໆມານີ້, ທ່ານ ຈອດ ໂມເຣຣາ ດາຊິນວາ ຫົວໜ້າບໍລິຫານງານຫ້ອງການບໍລິການໂຄງການອົງການສະຫະປະຊາຊາດ ຫຼື ສປຊ ໄດ້ໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນຫຼື CMG ຢູ່ນະຄອນຫຼວງປັກກິ່ງ.
ທ່ານໃຫ້ຮູ້ວ່າ: ຂ້າພະເຈົ້າສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ສາຍຕາເບິ່ງກວ້າງມອງໄກດ້ານຍຸດທະສາດ ແລະ ຄວາມຕັດສິນໃຈອັນເດັດດ່ຽວຂອງທ່ານປະທານ ສີຈິ້ນຜິງ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ. ຈີນໄດ້ຮັບຄວາມຄືບໜ້າສຳຄັນໃນຂົງເຂດເສດຖະກິດສີຂຽວເວົ້າລວມ ເວົ້າສະເພາະໃນດ້ານພະລັງງານໝູນວຽນ ແລະ ການຄົມມະນາຄົມພະລັງງານໄຟຟ້າ ເຊິ່ງບໍ່ພຽງແຕ່ມີຄວາມໝາຍສຳຄັນຍິ່ງຕໍ່ຈີນເທົ່ານັ້ນ ຍັງມີຄວາມສຳຄັນຫຼາຍຕໍ່ໂລກນຳອີກ. ຂ້າພະເຈົ້າເຊື່ອໝັ້ນຢ່າງເຕັມສ່ວນວ່າ ຈີນມີຄວາມສາມາດບັນລຸເປົ້າໝາຍຄວາມເປັນກາງທາງກາກບອນກ່ອນປີ2060 ເຊິ່ງຈະມີຄວາມໝາຍສຳຄັນຍິ່ງເວົ້າສຳລັບການບໍລິຫານຄຸ້ມຄອງດິນຟ້າອາກາດຂອງໂລກ.