ໂຄສົກກະຊວງການຄ້າຈີນຕອບຄຳຖາມນັກຂ່າວກ່ຽວກັບບັນຊີລາຍຊື່ການຄວບຄຸມການສົ່ງອອກ

CRI, August 12, 2025
Size:

ວັນທີ 12 ສິງຫານີ້, ໂຄສົກກະຊວງການຄ້າຈີນກ່າວວ່າ: ອີງຕາມກົດໝາຍແລະຂໍ້ກຳນົດກ່ຽວກັບການຄວບຄຸມການສົ່ງອອກ, ກະຊວງການຄ້າຈີນໄດ້ປະກາດແຈ້ງການສະບັບເລກທີ 21 ລົງວັນທີ 4 ເມສາປີ 2025 ແລະແຈ້ງການສະບັບເລກທີ 22 ລົງວັນທີ 9 ເມສາປີ 2025, ໄດ້ຈັດຫົວໜ່ວຍຮູບປະທຳອາເມຣິກາ 28 ແຫ່ງເຂົ້າໃນບັນຊີລາຍຊື່ການຄວບຄຸມການສົ່ງອອກແລະຫ້າມບໍ່ໃຫ້ສົ່ງອອກວັດຖຸທີ່ຖືກນຳໃຊ້ທາງພົນລະເຮືອນແລະທາງການທະຫານແກ່ຫົວໜ່ວຍຮູບປະທຳດັ່ງກ່າວ. ເພື່ອປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນໃນການພົບປະເຈລະຈາຂັ້ນສູງດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາ, ຈີນຕົກລົງວ່ານັບແຕ່ວັນທີ 12 ສິງຫາປີ 2025 ເປັນຕົ້ນໄປ, ສຳລັບຫົວໜ່ວຍເສດຖະກິດອາເມຣິກາ 16 ແຫ່ງທີ່ຖືກຈັດເຂົ້າໃນບັນຊີລາຍຊື່ການຄວບຄຸມການສົ່ງອອກໃນວັນທີ 4 ເມສາປີ 2025, ຈະສືບຕໍ່ໂຈະມາດຕະການທີ່ກ່ຽວຂ້ອງດັ່ງກ່າວເປັນເວລາ 90 ວັນ; ສ່ວນຫົວໜ່ວຍຮູບປະທຳອາເມຣິກາ 12 ແຫ່ງທີ່ຖືກຈັດເຂົ້າໃນບັນຊີລາຍຊື່ການຄວບຄຸມການສົ່ງອອກໃນວັນທີ 9 ເມສາປີ 2025, ຈະຍຸດຕິການປະຕິບັດມາດຕະການທີ່ກ່ຽວຂ້ອງ.