ວັນທີ 11 ສິງຫານີ້, ດ່ານຊາຍແດນ ນານສານ ເປີດເຜີຍໃຫ້ຮູ້ວ່າ: ໃນ 7 ເດືອນຂອງປີນີ້(ມັງກອນ-ກໍລະກົດ), ສິນຄ້າຂາເຂົ້າຂາອອກຜ່ານດ່ານ ນານສານ ໄດ້ບັນລຸ 287.100 ໂຕນ, ມູນຄ່າຫຼາຍກວ່າ 452 ລ້ານຢວນ, ປະລິມານສິນຄ້າໄດ້ເພີ່ມຂຶ້ນ 82%, ມູນຄ່າສິນຄ້າໄດ້ເພີ່ມຂຶ້ນ 178% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແລະການຄ້າກັບຕ່າງປະເທດມີທ່າອ່ຽງທີ່ດີຂຶ້ນ.
ດ່ານ ນານສານ ຕັ້ງຢູ່ເມືອງເຈີ້ນຄ່າງ ນະຄອນລີນຊ່າງ ແຂວງຢຸນນານຈີນ, ຕິດກັບມຽນມາ, ແມ່ນດ່ານຊາຍແດນທີ່ສຳຄັນແຫ່ງໜຶ່ງທີ່ນອນຢູ່ໃນເສັ້ນທາງສາຍໄໝທາງໃຕ້ໃນສະໄໝບູຮານ. ປີມໍ່ໆມານີ້, ຄຽງຄູ່ກັບດ່ານດັ່ງກ່າວໄດ້ຮັບການກໍ່ສ້າງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ການຄ້າຂ້າມຊາຍແດນກໍ່ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ.