ຕາມຂໍ້ມູນຈາກກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ຄົນຕ່າງປະເທດທີ່ເຂົ້າມາປະເທດຈີນໂດຍຍົກເວັ້ນວີຊາໄດ້ມີເຖິງ 13,64 ລ້ານເທື່ອຄົນ,ເພີ່ມຂຶ້ນ 53,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ນັບມາຮອດວັນທີ 17 ກໍລະກົດຜ່ານມານີ້, ຈີນໄດ້ຍົກເວັ້ນວີຊາເຊິ່ງກັນແລະກັນຢ່າງຮອບດ້ານກັບ 29 ປະເທດໃນໂລກ ແລະ ຍົກເວັ້ນວີຊາແຕ່ຝ່າຍດຽວຕໍ່ 46 ປະເທດ. ເພື່ອຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວຂອງນັກທ່ອງທ່ຽວຕ່າງປະເທດໃຫ້ດີກວ່າເກົ່າ, ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນໄດ້ປັບປຸງນະໂຍບາຍຍົກເວັ້ນວີຊາໃນເວລາຜ່ານແດນແລະນະໂຍບາຍຍົກເວັ້ນວີຊາຕໍ່ປະເທດຫຼືພາກພື້ນສະເພາະໃຫ້ສົມບູນຂຶ້ນຢ່າງຮອບດ້ານ,ນະໂຍບາຍຍົກເວັ້ນວີຊາຂອງຈີນໄດ້ມີບົດບາດຊ້ອນກັນກັບຈຸດສຸມໃນຂົງເຂດວັດທະນະທຳ,ກິລາ,ເສດຖະກິດແລະຂົງເຂດອື່ນໆ.