ວັນທີ 10 ສິງຫານີ້, ງານກິລາແລ່ນ-ລານຊາວໜຸ່ມເຍົາວະຊົນທົ່ວປະເທດຈີນຄັ້ງທຳອິດໄດ້ໄຂຂຶ້ນຢູ່ນະຄອນເສີນຢາງແຂວງລຽວນີງ. ທ່ານນາງເຊີ້ນ ຢີ ຊີນ ທີ່ປຶກສາແຫ່ງລັດໄດ້ເຂົ້າຮ່ວມພິທີໄຂແລະກ່າວໄຂງານຢ່າງເປັນທາງການ.
ການຈັດງານກິລາແລ່ນ-ລານຊາວໜຸ່ມເຍົາວະຊົນທົ່ວປະເທດຈີນຄັ້ງນີ້ແມ່ນມາດຕະການສຳຄັນເພື່ອສຸມໃສ່ການສ້າງສາປະເທດໃຫ້ເຂັ້ມແຂງດ້ານກິລາ, ສ້າງພື້ນຖານການພັດທະນາກິລາແລ່ນ-ລານຂອງຈີນໃຫ້ມີຄວາມໜັກແໜ້ນແລະລົງເລິກກວ່າເກົ່າ, ທັງເປັນການໂຄສະນາເຜີຍແຜ່ກິລາແລ່ນ-ລານໃຫ້ເປັນທີ່ນິຍົມໃນກຸ່ມຄົນຊາວໜຸ່ມເຍົາວະຊົນຢ່າງກວ້າງຂວາງ. ການແຂ່ງຂັນຄັ້ງນີ້ມີ 56 ລາຍການ, ໂດຍມີນັກກິລາຊາວໜຸ່ມເຍົາວະຊົນ 1.100 ກວ່າຄົນທີ່ມາຈາກ 29 ແຂວງຫຼືເຂດປົກຄອງຕົນເອງ, ກຳແພງນະຄອນທົ່ວປະເທດ, ກອງຜະລິດແລະກໍ່ສ້າງຊິ່ນຈ່ຽງ, ເຂດບໍລິຫານພິເສດຮົງກົງແລະເຂດບໍລິຫານພິເສດມາກາວເຂົ້າຮ່ວມການແຂ່ງຂັນ.