ວັນທີ 7 ສິງຫານີ້, ໜ່ວຍງານຖະແຫຼງຂ່າວ ແລະ ຂໍ້ມູນຂ່າວສານ ຄະນະກໍາມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງມຽນມາຢືນຢັນວ່າ: ທ່ານ ມິນຊຸຍ ຮັກສາການປະທານາທິບໍດີມຽນມາໄດ້ເຖິງແກ່ມໍລະນະກໍາຍ້ອນພະຍາດຂອງເພິ່ນເອງໃນມື້ດຽວກັນ.
ເດືອນມີນາປີ 2016, ທ່ານ ມິນຊຸຍ ໄດ້ຮັບເລືອກຕັ້ງເປັນຮອງປະທານາທິບໍດີມຽນມາຜູ້ທີ 1. ພາຍຫຼັງມຽນມາເກີດການລັດຖະປະຫານໃນເດືອນກຸມພາປີ 2021, ທ່ານ ມິນຊຸຍ ໃນນາມຮັກສາການປະທານາທິບໍດີມຽນມາ ໄດ້ປະກາດທົ່ວປະເທດເຂົ້າສູ່ພາວະສຸກເສີນເປັນເວລາ 1 ປີ, ທັງໂອນອໍານາດແຫ່ງຊາດແກ່ຜູ້ບັນຊາການໃຫຍ່ກອງທັບມຽນມາ.
ເດືອນກໍລະກົດແລ້ວນີ້, ທ່ານ ມິນຊຸຍ ເຈັບປ່ວຍໜັກພ້ອມມີອາການຕ່າງໆເຊັ່ນ: ນໍ້າໜັກຫຼຸດລົງ, ເບື່ອອາຫານ, ໄຂ້ ແລະ ຄວາມຈໍາເຊື່ອມ ເປັນຕົ້ນ ແລະ ໄດ້ຮັບການຮັກສາຕົວຢູ່ຫ້ອງມໍລະສຸມຢູ່ນະຄອນຫຼວງເນປີດໍຂອງມຽນມາ.