ອີງຕາມແຫຼ່ງຂ່າວຈາກດ່ານພາສີຄຸນໝິງຈີນ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມານີ້, ສິນຄ້ານຳເຂົ້າ-ສົ່ງອອກຜ່ານເສັ້ນທາງລົດໄຟ ລາວ-ຈີນ ບັນລຸຫຼາຍກວ່າ 3.430.000 ໂຕນ, ເພີ່ມຂຶ້ນຫຼາຍກວ່າ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ມູນຄ່າສິນຄ້າຫຼາຍກວ່າ 15,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 41% ເຊິ່ງໄດ້ສ້າງສະຖິຕິສູງສຸດໃໝ່ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປັດຈຸບັນ ເຄືອຂ່າຍຂົນສົ່ງສິນຄ້າຂອງເສັ້ນທາງລົດໄຟລາວ-ຈີນໄດ້ປົກຄຸມ 19 ປະເທດເຊິ່ງ ລວມເຖິງລາວແລະໄທ ເປັນຕົ້ນ. ສິນຄ້ານຳເຂົ້າ-ສົ່ງອອກໄດ້ເພີ່ມຂຶ້ນຈາກ 500 ກວ່າຊະນິດ ເປັນ 3600 ກວ່າຊະນິດ, ເຊິ່ງໄດ້ເພີ່ມຄວາມມີຊີວິດຊີວາອັນໃໝ່ເຂົ້າໃນຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາເສດຖະກິດພາກພື້ນ.
ແຫຼ່ງຂ່າວຈາກ: CGTN