ອີງຕາມຕົວເລກຂໍ້ມູນຫຼ້າສຸດຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດໃຫ້ຮູ້ວ່າ: ນັບແຕ່ໄລຍະການຂົນສົ່ງລະດູຮ້ອນ( Summer Transportation) ຂອງທາງລົດໄຟຈີນເລີ່ມຂຶ້ນແຕ່ວັນທີ 1 ກໍລະກົດແລ້ວນີ້ເປັນຕົ້ນມາ, ນັບມາຮອດວັນທີ 3 ສິງຫານີ້, ຈຳນວນການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 460 ລ້ານເທື່ອຄົນ. ເສັ້ນທາງລົດໄຟສາຍໃໝ່ໄດ້ເພີ່ມຂະບວນລົດໄຟໃຫ້ບໍລິການຂົນສົ່ງ, ລົດໄຟຄວາມໄວສູງຂະບວນຟູ້ຊິງ ໄດ້ປັບຍົກຄວາມໄວໃນການເດີນລົດ, ເຊິ່ງສາມາດຊຸກຍູ້ສົ່ງເສີມການເຄື່ອນໄຫວບໍລິໂພກໃນໄລຍະລະດູຮ້ອນໃຫ້ມີຊີວິດຊີວາຢ່າງຕໍ່ເນື່ອງ.
ນັບແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນມາ, ທາງລົດໄຟທົ່ວປະເທດຈີນໄດ້ປະຕິບັດແຜນການເດີນລົດໄຕມາດທີສາມ ພ້ອມທັງສ້າງແລະປະຕິບັດແຜນການເດີນລົດຊົ່ວຄາວໃນໄລຍະລະດູຮ້ອນ. ຕາມທາງລົດໄຟຄວາມໄວສູງປັກກິ່ງ-ຮາບິນ ຕອນປັກກິ່ງ-ເສີນຢາງ, ທາງລົດໄຟຄວາມໄວສູງຊຽງໄຮ-ຄຸນມິງຕອນຫາງໂຈ່ວ-ສາງຊ່າຈະປະຕິບັດການເດີນລົດໃນມາດຕະຖານສູງດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ, ຂະນະທີ່ທາງລົດໄຟຄວາມໄວສູງຈຸ່ງກິ່ງ-ເຊ້ຍເມີນຕອນຈຸ່ງກິ່ງຕາເວັນອອກຫາສຽນຈ່ຽງຈະເພີ່ມຂະບວນລົດໄຟຂົນສົ່ງ, ທາງລົດໄຟທົ່ວປະເທດຈີນໄດ້ເປີດບໍລິການຂົນສົ່ງຜູ້ໂດຍສານສະເລ່າຍ 11.416 ຂະບວນຕໍ່ມື້, ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2024.
ແຫຼ່ງຂ່າວຈາກ: CGTN