ງານ​ກິ​ລາ​ໂລກ 2025 ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 7 ສິງ​ຫາ​ນີ້

CRI, August 7, 2025
Size:

ວັນທີ 7-17 ສິງຫານີ້, ງານກິລາໂລກຄັ້ງທີ 12 ປີ 2025 ຈະຈັດຂຶ້ນຢູ່ນະຄອນເສີງຕູ່ແຂວງເສສວນຂອງຈີນ, ນັກກິລາຫຼາຍກວ່າ 4.000 ຄົນຈາກ 100 ກວ່າປະເທດແລະເຂດແຄ້ວນໃນໂລກຈະເຕົ້າໂຮມກັນໃນງານຄັ້ງນີ້. ງານກິລາໂລກຄັ້ງນີ້ມີການແຂ່ງຂັນ 34 ລາຍການໃຫຍ່, 60 ປະເພດ ແລະ 256 ລາຍການຍ່ອຍ, ໃນນັ້ນມີການຊ່ວງເຮືອມັງກອນ ແລະ ອູຊູ ທີ່ເປັນລາຍການກິລາດັ້ງເດີມຈີນ ເຊິ່ງໄດ້ຮັບຄວາມສົນໃຈຈາກທົ່ວໂລກ, ນອກນີ້ ຍັງມີລາຍການແຂ່ງຂັນສະໄໝນິຍົມຕ່າງໆ ເຊັ່ນ: ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ, Frisbee, Parkour ຫຼື ແລ່ນຜ່ານສິ່ງກີດຂວາງ ແລະອື່ນໆ.

ພິທີເປີດງານຈະຈັດຂຶ້ນຢູ່ນະຄອນເສີງຕູ່ແຂວງເສສວນຂອງຈີນໃນເວລາ 19:00 ວັນທີ 7 ສິງຫານີ້ຕາມເວລາໃນປະເທດລາວ.