ຈັດ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄັ້ງ​ທີ 12 ກ່ຽວ​ກັບ​ການ​ຮ່ວມ​ມືລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ

lmcchina.org, August 6, 2025
Size:

ວັນທີ 31 ກໍລະກົດ 2025, ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 12 ກ່ຽວກັບການຮ່ວມມືລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນດ້ວຍຮູບແບບວີດີໂອ. ຜູ້ຕາງໜ້າ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮ່ວມກັນທົບທວນຄືນຄວາມຄືບໜ້າແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ພ້ອມທັງໄດ້ລົງເລິກແລກປ່ຽນຄວາມຄິດເຫັນກ່ຽວກັບຈຸດສຸມແຫ່ງການຮ່ວມມືໃນໄລຍະຕໍ່ໄປ, ການກະກຽມຈັດກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 10 ກ່ຽວກັບການຮ່ວມມື  ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ທ່ານຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ປີນີ້ ກົນໄກການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຂົ້າສູ່ປີທີ 10 ແລ້ວ, ເມື່ອປະເຊີນໜ້າກັບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ທີ່ເລັ່ງລັດຜັນແປໄປໄວຂຶ້ນ ແລະ ສະພາບການສາກົນທີ່ສະຫຼັບສັບຊ້ອນ, ບັນດາປະເທດຕ້ອງການຄວາມສາມັກຄີ ແລະ ການຮ່ວມມືກັນຫຼາຍກວ່າທຸກໄລຍະຜ່ານມາ. ຈີນຈະສືບຕໍ່ປະຕິບັດຕາມທັດສະນະການຕ່າງປະເທດກັບປະເທດອ້ອມຂ້າງ ຄື: ສະໜິດສະໜົມ, ຈິງໃຈ, ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ແລະໂອບເອື້ອອາລີ, ຮ່ວມກັບປະເທດລ່ອງແມ່ນ້ຳຂອງ ເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ລົງເລິກຄວາມສາມັກຄີ ແລະ ການຮ່ວມມື, ສ້າງກຳແພງປ້ອງກັນຄວາມປອດໄພໃຫ້ແໜ້ນແກ່ນ, ເພີ່ມທະວີການເຊື່ອມໂຍງດ້ານຈິດໃຈຂອງປະຊາຊົນ, ເພີ່ມແຮງຂັບເຄື່ອນທີ່ແຂງແຮງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນເປີດ 10 ປີທອງຄຳຮອບໃໝ່ ແຫ່ງການຮ່ວມມືລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຝ່າຍຕ່າງໆໄດ້ຕີລາຄາຢ່າງສູງຕໍ່ໝາກຜົນອັນອຸດົມສົມບູນໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເປັນເອກະພາບກັນວ່າ: ຍິນດີຊຸກຍູ້ການປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ການປະສານງານ, ສົ່ງເສີມນ້ຳໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງປະເທດໃນພາກພື້ນໄດ້ເປັນຢ່າງດີກວ່າເກົ່າ.