ລະຫວ່າງວັນທີ 29-30 ກໍລະກົດ 2025, ກອງປະຊຸມການຮ່ວມມືດ້ານການວັດແທກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 5 ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຢ່າງສຳເລັດຜົນ ພາຍໃຕ້ຫົວຂໍ້ “ຊຸກຍູ້ການຮ່ວມມືດ້ານພະລັງງານສະອາດ, ບັນລຸການພັດທະນາແບບສີຂຽວ ແລະ ຍືນຍົງຂອງພາກພື້ນ”, ມີພາກສ່ວນຄຸ້ມຄອງການວັດແທກຂອງລັດຖະບານ 6 ປະເທດ ແລະ ຜູ້ຕາງໜ້າອົງການວັດແທກແຫ່ງລັດຂອງ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ຜູ້ຕາງໜ້າຈາກເຢຍລະມັນ, ສິງກະໂປ, ຟິລິບປິນ, ອິນໂດເນເຊຍ ແລະອື່ນໆ ລວມ 130 ກວ່າຄົນເຂົ້າຮ່ວມ.
ໃນໄລຍະດຳເນີນກອງປະຊຸມ, ສະຖາບັນວັດແທກແຫ່ງລັດຈີນໄດ້ເຊັນບົດບັນທຶກການຮ່ວມມືສອງຝ່າຍກັບສະຖາບັນວັດແທກແຫ່ງລັດໄທ ແລະ ສະຖາບັນວັດແທກແຫ່ງລັດຫວຽດນາມ. ອົງການວັດແທກຂອງ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມກັນກຳນົດເປົ້າໝາຍການຮ່ວມມື ແລະ ໜ້າທີ່ສຳຄັນໃນ 3 ປີຂ້າງໜ້າ ເຊັ່ນ: ຍົກສູງຄວາມສາມາດໃນຂົງເຂດສຳຄັນ ເປັນຕົ້ນ: ພະລັງງານສະອາດ ແລະອື່ນໆ, ການສ້າງລະບົບທົບທວນແຫຼ່ງທີ່ມາຂອງຜົນການວັດແທກ, ການຍອມຮັບຜົນການວັດແທກເຊິ່ງກັນແລະກັນ ແລະອື່ນໆ.
ກອງປະຊຸມຄັ້ງນີ້ແມ່ນມາດຕະການຕົວຈິງເພື່ອຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມຜູ້ນຳປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເປັນຂີດໝາຍສະແດງໃຫ້ເຫັນວ່າ ເຄືອຂ່າຍການຮ່ວມມືດ້ານການວັດແທກຢູ່ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກຳລັງເປີດກວ້າງໄປສູ່ປະເທດສະມາຊິກອາຊຽນຫຼາຍກວ່າເກົ່າເທື່ອລະກ້າວ, ສະແດງໃຫ້ເຫັນວ່າ ຈີນ ແລະ ອາຊຽນດຳເນີນການຮ່ວມມືດ້ານການວັດແທກໃນຂົງເຂດພະລັງງານສະອາດ, ຄ້ຳຊູການສ້າງສະພາບການໃໝ່ແຫ່ງການເຊື່ອມໂຍງເຊື່ອມຈອດກັນ, ເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ.