ວັນທີ 5 ສິງຫານີ້, ພິທີເປີດປ້າຍເວທີການຮ່ວມມືເພື່ອອໍານວຍຄວາມສະດວກດ້ານການຄ້າລະຫວ່າງຈີນ-ອາຊີກາງ ໄດ້ຈັດຂຶ້ນຢູ່ນະຄອນນານກິ່ງແຂວງຈ່ຽງຊູ່ຂອງຈີນ.
ເວທີການຮ່ວມມືນີ້ຕັ້ງຢູ່ເມືອງສວນອູ ນະຄອນນານກິ່ງ ເພື່ອເປັນຂົວຕໍ່ທີ່ສໍາຄັນໃນການຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ-ອາຊີກາງ, ປະກອບມີຫໍວາງສະແດງຂອງເວທີການຮ່ວມມືດັ່ງກ່າວ, ຫໍວາງສະແດງ 5 ປະເທດໃນອາຊີກາງ, ຫໍວາງສະແດງສິນຄ້າ, ສໍານັກງານຜູ້ຕາງໜ້າການຄ້າລະຫວ່າງປະເທດໃນອາຊີກາງ ແລະ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຫ້ອງການສໍາລັບອົງການຈັດຕັ້ງ ແລະ ວິສາຫະກິດທຶນຕ່າງປະເທດ ແລະອື່ນໆ ໂດຍອີງຕາມບົດບາດຂອງເວທີການຮ່ວມມືດັ່ງກ່າວ ຄື: ຊຸກຍູ້ການຮ່ວມມືດ້ານການຄ້າ, ຊຸກຍູ້ການປະສານງານລະຫວ່າງອຸດສາຫະກໍາຕ່າງໆ, ຊຸກຍູ້ອຸດສາຫະກໍາ ແລະ ການສຶກສາເຊື່ອມໂຍງເຂົ້າກັນເພື່ອພັດທະນາໄປສູ່ຕ່າງປະເທດ ແລະ ເພີ່ມທະວີການແລກປ່ຽນດ້ານການສື່ສານ.