ແຫຼ່ງຂ່າວຈາກສູນຈີນ-ອາຊຽນແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ພິທີເປີດໂຄງການຊຸດຝຶກອົບຮົມໄລຍະສັ້ນທຶນການສຶກສາຈາກສູນຈີນ-ອາຊຽນຄັ້ງທີ 2 ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລເຣີນໝິນຂອງຈີນຢ່າງສໍາເລັດຜົນ, ເຈົ້າໜ້າທີ່ລັດຖະບານ 22 ທ່ານຈາກລາວ, ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ, ມຽນມາ ແລະ ຫວຽດນາມໄດ້ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້.
ໂຄງການຊຸດຝຶກອົບຮົມໄລຍະສັ້ນທຶນການສຶກສາຈາກສູນຈີນ-ອາຊຽນ ສ້າງຕັ້ງ ແລະ ປະຕິບັດໂດຍສູນຈີນ-ອາຊຽນໃນປີ 2024 ພາຍໃຕ້ໂອກາດປີແລກປ່ຽນດ້ານວັດທະນະທໍາລະຫວ່າງຈີນ-ອາຊຽນ, ໂດຍມີຈຸດປະສົງເພື່ອຊຸກຍູ້ເຈົ້າໜ້າທີ່ໜຸ່ມຈາກປະເທດສະມາຊິກອາຊຽນໃຫ້ເຂົ້າໃຈກ່ຽວກັບຈີນ, ຊຸກຍູ້ການແລກປ່ຽນດ້ານນະໂຍບາຍ ກໍຄືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ.