ເມື່ອມໍ່ໆມານີ້, ຄ້າຍຝຶກແອບກັງຟູ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ປີ 2025 ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ. ໃນຖານະເປັນກິດຈະກຳແລກປ່ຽນດ້ານກັງຟູຄັ້ງທຳອິດທີ່ຈັດຂຶ້ນພາຍໃຕ້ຂອບການຮ່ວມມື LM, ກິດຈະກຳນີ້ບໍ່ພຽງແຕ່ຈະສ້າງໂອກາດໃນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນດ້ານກັງຟູທີ່ມີລະດັບສູງ ແລະ ມືອາຊີບເທົ່ານັ້ນ, ຍັງຈະຊຸກຍູ້ຄວາມເຂົ້າໃຈກັນລະຫວ່າງປະຊາຊົນ ແລະ ການເຊື່ອມໂຍງດ້ານວັດທະນະທຳລະຫວ່າງແຂວງຢູນນານ ສປ ຈີນ ກັບ ບັນດາປະເທດອ້ອມຂ້າງ ໂດຍຖືເອົາກັງຟູເປັນສາຍສຳພັນ.
ຄ້າຍດັ່ງກ່າວດຳເນີນໄປເປັນເວລາ 8 ມື້ ໂດຍໄດ້ເຊີນນັກກິລາກັງຟູ ແລະ ຄູຝຶກຈຳນວນ 100 ກວ່າຄົນຈາກ 6 ປະເທດ LM ເຂົ້າຮ່ວມເປັນພິເສດ.