ກິດ​ຈະ​​​ກຳ​ແລກ​ປ່ຽນ​ຢ້ຽມ​ຢາມ​ລະ​ຫວ່າງ​ສື່ມວນ​ຊົນ​ຈີນ-ຫວຽດ​ນາມເລີ່ມ​ຈັດ​ຂຶ້ນ​ຢູ່​ເຂດກວາງ​ຊີ​ຂອງ​ຈີນ

CRI, August 5, 2025
Size:

ວັນທີ 4 ສິງຫານີ້, ພິທີເປີດຈັດກິດຈະກຳແລກປ່ຽນຢ້ຽມຢາມລະຫວ່າງສື່ມວນຊົນຈີນ-ຫວຽດນາມ “ສະຫາຍບວກອ້າຍນ້ອງ: ຮ່ວມກັນກ້າວໄປສູ່ອະນາຄົດ” ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ.

ກິດຈະກຳເທື່ອນີ້ຈະດຳເນີນເປັນເວລາ 8 ວັນ, ນັກຂ່າວ 14 ຄົນທີ່ມາຈາກສຳນັກສື່ສຳຄັນ 9 ແຫ່ງຂອງຫວຽດນາມເຊັ່ນ: ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ໂທລະພາບແຫ່ງຊາດຫວຽດນາມ ແລະ ອື່ນໆຈະຮ່ວມກັບສື່ມວນຊົນຈີນເດີນທາງໄປເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ແຂວງກຸ້ຍໂຈ່ວ, ແລະແຂວງເສສວນ, ເພື່ອເຄື່ອນໄຫວເກັບກຳຂ່າວກ່ຽວກັບໝາກຜົນຂອງການເປີດປະຕູສູ່ພາຍນອກໃນລະດັບສູງຢູ່ພາກຕາເວັນຕົກຂອງຈີນໂດຍປິ່ນອ້ອມຫົວຂໍ້ “ການເຊື່ອມຈອດທາງບົກ ແລະ ທາງທະເລ, ການຮ່ວມມືດ້ານອຸດສາຫະກຳ, ການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳ ແລະສື່ມວນຊົນຮ່ວມກັນປະດິດສ້າງ.”